• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຢື້ຢາມຖາມຂ່າວ, ມອບຂອງຂວັນບຸນເຕັດຢູ່ບັນດາທ້ອງຖິ່ນ, ກົມກອງ

ວັນທີ 17 ມັງກອນ, ທ່ານນາງ ດັ້ງທິງອັກທິ້ງ, ຮອງປະທານປະເທດ ຫວຽດນາມ ພ້ອມດ້ວຍຜູ້ຕາງຫນ້າຂອງບາງກະຊວງ, ຂະແໜງການໄດ້ເຂົ້າຮ່ວມລາຍການພົບປະສັງສັນຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ປີຊວດ 2020 ຢູ່ແຂວງ ຫວີງລອງ, ພ້ອມທັງມອບນາມມະບົດຂອງປະທານປະເທດໃຫ້ບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີຜົນງານດີເດັ່ນຂອງແຂວງ ຫວີງລອງ.

ທ່ານນາງ ດັ້ງທິງອັກທິ້ງ ເຂົ້າຮ່ວມລາຍການພົບປະສັງສັນຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ປີຊວດ 2020 ຢູ່ແຂວງ ຫວີງລອງ (ພາບ: TTXVN)

ທີ່ການພົບປະສັງສັນ, ບັນດາຜູ້ແທນໄດ້ຢືນຢັນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກ, ຊີວິດການເປັນຢູ່ທາງດ້ານເສດຖະກິດຂອງປະຊາຊົນ ຫວຽດນາມ ເວົ້າລວມ, ປະຊາຊົນແຂວງ ຫວີງລອງ ເວົ້າສະເພາະໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.

        ແລະກໍ່ໃນວັນທີ 17 ມັງກອນ, ຄະນະປະຕິບັດງານຂອງກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໂດຍທ່ານ ເລວັນແທງ ຮອງລັດຖະມົນຕີເປັນຫົວໜ້າຄະນະໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດ ແລະ ມອບຂອງຂວັນໃຫ້ສູນປິ່ນປົວ, ບຳລຸງທະຫານເສຍອົງຄະ ທ້ວນແທ່ງ, ແຂວງ ບັກນິງ.

        ໃນລະຫວ່າງວັນທີ 15 – 17 ມັງກອນ, ຕາງໜ້າການນຳແຂວງ ທ໊າຍງວຽນ ໄດ້ຈັດຕັ້ງບັນດາຄະນະປະຕິບັດງານໄປຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນບຸນເຕັດໃຫ້ 7 ຄອບຄົວພະນັກງານ, ນັກຮົບເປັນລູກຫຼານຊາວ ທ໊າຍງວຽນ ທີ່ພວມປະຕິບັດງານຢູ່ຕາມໝູ່ເກາະ ເຈື່ອງຊາ, ສູນເຮືອນຮ້ານ DK1/8 ບົນທະເລ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top