• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວພົບປະ 2 ຝ່າຍຂອງ ທ່ານນາງຮອງປະທານສະພາແຫ່ງຊາດຕອງທິຟ້ອງ ຢູ່ນອກ AIPA 38

      ວັນທີ 15 ກັນຍາ, ໃນຂອບເຂດການເຂົ້າຮ່ວມກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນຄັ້ງທີ 38 ຫຼື AIPA 38 ທີ່ຈັດຂຶ້ນຢູ່ນະຄອນຫຼວງມານີລາ ປະເທດຟີລິບປິນ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕອງທິຟ້ອງ ໄດ້ມີການພົບປະ 2 ຝ່າຍກັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້, ປະທານສະພານິຕິບັນຍັດແຫ່ງລາຊະອານາຈັກໄທ ພອນເຜັດ ວີຈິດຈົນໃຈ ແລະ ປະທານສະພາແຫ່ງຊາດ ກຳປູເຈຍ ສົມເດັດ ເຮັງຊອມຣິນ

ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕອງທິຟ້ອງ 
      ທີ່ການພົບປະ ກັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕອງທິຟ້ອງ ສະເໜີສະພາແຫ່ງຊາດ 2 ປະເທດສືບຕໍ່ເພີ່ມທະວີການພົວພັນລະຫວ່າງ 2 ສະພາແຫ່ງຊາດ ໂດຍຜ່ານການແລກປ່ຽນບັນດາຄະນະຜູ້ແທນ, ຈັດຕັ້ງກອງປະຊຸມສຳມະນາຫົວເລື່ອງກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງກໍມີຄວາມສົນໃຈ. ທີ່ການພົບປະກັບ ປະທານສະພານິຕິບັນຍັດແຫ່ງລາຊະອານາຈັກໄທ ພອນເຜັດ ວີຈິດຈົນໃຈ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕອງທິຟ້ອງ ສະແດງຄວາມຫວັງຢາກດຳເນີນການພົບປະແລກປ່ຽນລະຫວ່າງບັນດາຄະນະສະມາຊິກສະພາແຫ່ງຊາດ, ໃນນັ້ນມີກຸ່ມ ສ.ສ.ຊ ມິດຕະພາບ. ທີ່ການພົບປະກັບ ປະທານສະພາແຫ່ງຊາດ ກຳປູເຈຍ ສົມເດັດ ເຮັງຊອມຣິນ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕອງທິຟ້ອງສະເໜີ 2 ຝ່າຍຈົ່ງເພີ່ມທະວີບັນດາການເຄື່ອນໄຫວຮ່ວມມື, ພົວພັນແລກປ່ຽນມິດຕະພາບລະຫວ່າງບັນດາຄະນະຊາວໜຸ່ມ, ສະຫະພັນແມ່ຍິງ, ກຸ່ມ ສ.ສ.ຊ ມິດຕະພາບໃນໄລຍະທີ່ຈະມາເຖິງ. 
(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top