• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຕ່າງໆໃນໂຄງການ “ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ ປີ 2023”

ຕອນເຊົ້າວັນທີ 11 ພະຈິກ, ຢູ່ນະຄອນ ເຫ້ວ, ແຂວງ ເທື່ອທຽນເຫ້ວ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ໄຂໂຄງການ “ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ ປີ 2023”, ດ້ວຍຫົວຂໍ້ “ຖະແຫຼງຂ່າວ ແລະ ການສື່ສານ, ຈຸດເດັ່ນໃນການພົວພັນຮ່ວມມື ຫວຽດນາມ - ລາວ”.

ເປີດສາກພິທີໄຂແມ່ນບາງລາຍການສະແດງສິລະປະທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ - ລາວ, ບັນດາບົດເພງ, ວາດຟ້ອນທີ່ເປັນເອກະລັກສະເພາະ ຍ້ອງຍໍຊົມເຊີຍການພົວພັນມິດຕະພາບແບບພິເສດ ລະຫວ່າງສອງປະເທດ.

ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຫງວຽນແທັງເລີມ, ກ່າວຄຳເຫັນທີ່ພິທີໄຂ

ໃນຂອບເຂດພິທີໄຂ "ວັນບຸນໄມຕິຈິດມິດຕະພາບພາບພິເສດ ຫວຽດນາມ - ລາວ ປີ 2023", ກົມຖະແຫຼງຂ່າວໃຫ້ຕ່າງປະເທດ (ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ) ກັບກົມສື່ສານມວນຊົນ (ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ) ໄດ້ເຊັນບົດບັນທຶກຊ່ວຍຈຳການຮ່ວມມື,  ເພື່ອແນໃສ່ຍູ້ແຮງວຽກງານຖະແຫຼງຂ່າວ ສື່ສານລະຫວ່າງສອງປະເທດ ຫວຽດນາມ - ລາວ.

ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ໂພສີ ແກ້ວມະນີວົງ, ກ່າວຄຳເຫັນທີ່ພິທີໄຂ

ແລະ ຕອນຄ່ຳວັນດຽວກັນ, ໃຂຂອບເຂດໂຄງການ, ໄດ້ຈັດລາຍການພົບປະແລກປ່ຽນສະແດງສິລະປະ ຫວຽດນາມ - ລາວ, ດ້ວຍຫົວຂໍ້ "ສາຍໃຈໜຽວແໜ້ນ, ຍືນຍົງຄົງຕົວຕະຫຼອດກາລະນານ".

ການສະແດງສິລະປະທີ່ລາຍການ

(ແຫຼ່ງຄັດຈາກ VOV)

ອີ​ຣານ ສືບ​ຕໍ່​ປະ​ຕິ​ເສດ​ເງື່ອນ​ໄຂ​ເຈ​ລະ​ຈາ​ຂອງ ອາ​ເມ​ລິ​ກາ

ອີ​ຣານ ສືບ​ຕໍ່​ປະ​ຕິ​ເສດ​ເງື່ອນ​ໄຂ​ເຈ​ລະ​ຈາ​ຂອງ ອາ​ເມ​ລິ​ກາ

​ຣານ ຢັ້ງ​ຢືນ ຄຳ​ຮຽກ​ຮ້ອງ​ໃໝ່​ຂອງ ອາ​ເມ​ລິ​ກາ ແມ່ນ​ບໍ່​ສາ​ມາດຍອມ​ຮັບ​ໄດ້, ພິ​ເສດ​ແມ່ນ​ໃນ​ນັ້ນ ບໍ່​ມີເງື່ອນ​ໄຂ ​ຮັບ​ປະ​ກັນ​ການ​ສິ້ນ​ສຸດ​ການ​ປະ​ທະ​ກັນ​ຕ້ານ ອີ​ຣານ.

Top