• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຈະ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ ອາ​ຊຽນ ດ້ວຍ​ຄວາມ​ມຸ່ງ​ຫວັງ​ສ້າງ​ອະ​ນາ​ຄົດ

ຕອນ​ເຊົ້າ​ວັນ​ທີ 9 ມິ​ຖຸ​ນາ, ທີ່​ວາ​ລະ​ໄຂ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 (ASEAN Future Forum - AFF 2026) ດ້ວຍ​ຫົວ​ຂໍ້ “ພ້ອມ​ກັນ​ສ້າງ​ອະ​ນາ​ຄົດ​ລວມ: ສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ, ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ” ໄດ້​ດຳ​ເນີນ​ຢ່າງ​ສົມ​ກຽດ​ຢູ່ ຮ່າ​ໂນ້ຍ.
  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປ​າ​ໄສ (ພາບ: VOV)  

ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ໄຂ, ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຢັ້ງ​ຢືນ​ວ່າ ອາ​ຊຽນ ພວມ​ຢືນ​ຢູ່​ຕໍ່​ໜ້າ​ຈຸດ​ເວ​ລາ​ທີ່​ມີ​ຄວາມ​ໝາຍເປັນ​ບາດ​ລ້ຽວ​ໃນ​ວິ​ວັດ​ການ​ພັດ​ທະ​ນາ, ເມື່ອ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຂອງ​ເສດ​ຖະ​ກິດ, ເຕັກ​ໂນ​ໂລ​ຢີ ແລະ ສິດ​ອຳ​ນາ​ດ​ທົ່ວ​ໂລກ​ພວມ​ໄດ້​ຮັບ​ການ​ກຳ​ນົດ​ຄືນ​ໃໝ່.ຕາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລ້ວ, ໃນ​ຊຸມ​ທົດ​ສະ​ຫວັດ​ຈະ​ມາ​ເຖິງ ຈະ​ແມ່ນ​ວິ​ວັດ​ການ​ສ້າງ​ອະ​ນາ​ຄົດ ອາ​ຊຽນ ໃນ​ສະ​ພາບ​ການ​ໂລກ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ. ເພື່ອ​ປະ​ຕິ​ບັດ​ຄວາມ​ມຸ່​ງ​ຫວັງ​ນັ້ນ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັກ​ວ່າ:

ອ​າ​ຊຽນ​ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ສາ​ມັກ​ຄີ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ເປັນ​ເອ​ກະ​ພາບ​ໃນ​ຄວາມຫຼາຍ​ຮູບຫຼາ​ຍ​ແບບ - ບັນ​ດາ​ຄຸນ​ຄ່າ​ສ້າງ​ຜົນ​ສຳ​ເລັດ​ຂອງ​ຕົນ ແຕ່​ດ້ວຍ​ວິ​ທີ​ການ​ເຂົ້າ​ເຖິງ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງກວ່າ: ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ບັນ​ດາ​ຄຸນ​ຄ່າ ແຕ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ໃນ​ການ​ກະ​ທຳ, ຢຶດ​ໝັ້ນ​ຕໍ່ຫຼັກ​ການ ແຕ່​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ເຮັດ, ຮັກ​ສາ​ສີ​ສັນ​ຢ່າງ​ໝັ້ນ​ຄົງ ແຕ່​ມີ​ຄວາມ​ເປັນ​ເຈົ້າ​ການ​ສ້າງ​ກາ​ລະ​ໂອ​ກາດ​ຕໍ່​ການ​ປ່ຽນ​ແປງ​ຂອງ​ຍຸກ​ສະ​ໄໝ​ໃໝ່.

ບົນ​ເສັ້ນ​ທາງ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ 2045, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ ອາ​ຊຽນ ມຸ່ງ​ໄປ​ເຖິງ​ສາມ​ຍຸດ​ທະ​ສາດ. ທີ​ໜຶ່ງ, ອາ​ຊຽນ ບໍ່​ພຽງ​ແຕ່​ເຂົ້າ​ຮ່ວມ​ບັນ​ດາ​ທ່າ​ອ່ຽງ​ທົ່ວ​ໂລກ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ກຳ​ນົດ​ທິດ​ບັນ​ດາ​ທ່າ​ອ່ຽງ​ນັ້ນ. ທີ​ສອງ, ຕາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ແລ້ວ, ອາ​ຊຽນ ບໍ່​ພຽງ​ແຕ່​ແມ່ນ​ສູນ​ການ​ຜະ​ລິດ​ເທົ່າ​ນັ້ນ ຕ້ອງ​ກາຍ​ເປັນ​ສູນ​ນະ​ວັດ​ຕະ​ກຳ​ອີກ​ດ້ວຍ. ທ່ານ​ໃຫ້​ຮູ້​ວ່າ:

ອາ​ຊຽນ ບໍ່​ພຽງ​ແຕ່ແມ່ນບ​ອ່ນ​ຊົມ​ໃຊ້​ເຕັກ​ໂນ​ໂລ​ຢີ​ເທົ່າ​ນັ້ນ ຫາກ​ຍັງຕ້ອງ​ກາຍ​ເປັນ​ບ່ອນ​ສ້າງ​ເຕັກ​ໂນ​ໂລ​ຢີ​ອີກ​ດ້ວຍ, ບໍ່​ພຽງ​ແຕ່​ແມ່ນບ​ອ່ນ​ບັນ​ດາ​ລະ​ບົບ​ສະ​ໜອງ​ເດີນ​ຜ່ານ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ກາຍ​ເປັນ​ບ່ອນ​ສ້າງ​ບັນ​ດາ​ລະ​ບົບ​ສະ​ໜອງ. ເພາະ​ສະ​ນັ້ນ, ອາ​ຊຽນ​ຕ້ອງ​ລົງ​ທຶນ​ຢ່າງ​ແຮງກວ່າ​ໃຫ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ເສດ​ຖະ​ກິ​ດ​ດີ​ຈີ​ຕອນ ແລະ ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່ມ​ີ​ຄຸນ​ນະ​ພາບ​ສູງ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ລະ​ບົບ​ນິ​ເວດ​ເຕັກ​ໂນ​ໂລ​ຢີ ແລະ ຫັນ​ເປັນ​ດີ​ຈີ​ຕອນ​ທີ່​ມີ​ສີ​ສັນ​ອາ​ຊຽນ, ພ້ອມ​ທັງ​ປະ​ກອບ​ສ່ວນ​​ຢ່າງ​ຕັ້ງ​ໜ້າເຂົ້າ​ການ​ສ້າງ​ບັນ​ດາ​ມາດ​ຖານ​ລວມ​ຂອງ​ໂລກ.

ທີ​ສາມ, ອາ​ຊຽນ​ບໍ່​ພຽງ​ແຕ່​ແມ່ນ​ປະ​ຊາ​ຄົມ​ຂອງ​ບັນ​ດາ​ປະ​ເທດ​ເທົ່າ​ນັ້ນ​ຫາກ​ຍັງ​ຕ້ອງ​ເປັນ​ປະ​ຊາ​ຄົມ​ຂອງ​ປະ​ຊາ​ຊົນຢ່າງ​ແທ້​ຈິງ​ອີກ​ດ້ວຍ.

ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ອະ​ນຸ​ທິນ ຈັນ​ວິ​ຣ​ະ​ກຸນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ອະ​ນຸ​ທິນ ຈັນ​ວິ​ຣ​ະ​ກຸນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ວ່າ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ​ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ກັບ​ບັນ​ດາ​ພັກ​ການ​ເມືອງ​ຢູ່​ໄທ, ໃນ​ນັ້ນ​ມີ​ພັກ​ພູມ​ໃຈ​ໄທ.

Top