• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດ ສະເຫຼີມສະຫຼອງ 20 ປີແຫ່ງວັນ ຮ່າໂນ້ຍໄດ້ເຊີດຊູເປັນ “ນະຄອນແຫ່ງສັນຕິພາບ” ຈາກ UNESCO

      ເນື່ອງໃນໂອກາດ ສະເຫຼີມສະຫຼອງ 20 ປີແຫ່ງວັນ ຮ່າໂນ້ຍໄດ້ເຊີດຊູເປັນ ນະຄອນແຫ່ງສັນຕິພາບຈາກ UNESCO (16 ກໍລະກົດ 1999 – 16 ກໍລະກົດ 2019), ນະຄອນຮ່າ ໂນ້ຍຈະຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງເຫດການທີ່ສຳຄັນນີ້.

ຮ່າໂນ້ຍ “ນະຄອນແຫ່ງສັນຕິພາບ” (ພາບ: Hà Nội mới)
      ພິທີໂຮມຊຸມມູນ ມິດຕິງສະເຫຼີມສະຫຼອງ 20 ປີແຫ່ງວັນ ຮ່າໂນ້ຍໄດ້ຮັບ ການເຊີດຊູເປັນ “ນະຄອນແຫ່ງສັນຕິພາບ”ຈະດຳເນີນຢູ່ ອານຸສາວະລີ ລິ໊ທ໊າຍໂຕ ໃນຕອນເຊົ້າວັນທີ 13 ກໍລະກົດ. ໃນພິທີໂຮມຊຸມມູນມິດຕິງນີ້ຈະມີການເຄື່ອນໄຫວຫຼາຍຢ່າງ ຄື: ປ່ອຍນົກກາງແກດ້ວຍສານສັນຕິພາບ ແລະ ນະຄອນ ຈະປະກາດເລື່ອງສ້າງສຳເນົາເຂົ້າຮ່ວມຕາໜ່າງ “ນະຄອນປະດິດຄິດສ້າງ” ຂອງ UNESCO.
        ຕໍ່ຈາກນັ້ນ, ເຫດການວັນບຸນວັດທະນະທຳສັນຕິພາບຈະດຳເນີນໃນລະຫວ່າງວັນທີ 13 -14 ກໍລະກົດ ດ້ວຍບັນດາການເຄື່ອນໄຫວວັດທະນະທຳ, ກິລາ ຫຼາຍຢ່າງ. ຢູ່ບັນດາສະຖານທີ່ອ້ອມແອ້ມໜອງຮ່ວານກ໊ຽມ(ໜອງເຕົ່າ) ກໍ່ໄດ້ດຳເນີນບັນດາການເຄື່ອນໄຫວສະແດງສິລະປະຫຼາຍຢ່າງ.
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top