• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຂອງຮອງນາຍົກລັດຖະມົນຕີສິງກະໂປຢູ່ນະຄອນ ໂຮ່ຈິມິນ

ວັນທີ 25 ມີນາ, ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບທ່ານ ຊຽວຈູງສຽນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປະສານງານການປ້ອງກັນຄວາມສະຫງົບແຫ່ງຊາດສິງກະໂປ ທີ່ພວມຢູ່ຢ້ຽມຢາມຫວຽດນາມ.


ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນໂຮ່ຈິມິນ ຕ້ອນຮັບທ່ານ ຊຽວຈູງສຽນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປະສານງານການປ້ອງກັນຄວາມສະຫງົບແຫ່ງຊາດສິງກະໂປ

(ພາບ: hcmcpv.org.vn)

ປະຈຸບັນ ສິງກະໂປ ໄດ້ມີກວ່າ 1.000 ໂຄງການລົງທຶນ ແລະ ແມ່ນໜຶ່ງໃນຈຳນວນບັນດາປະເທດທີ່ມີເງິນລົງທຶນຫຼາຍກວ່າໝູ່ຢູ່ນະຄອນໂຮ່ຈິມິນ. ໃນການກຳນົດທິດສ້າງເຂດຕົວເມືອງອັດສະລິຍະ, ນະຄອນໂຮ່ຈິມິນ ພວມປາດຖະໜາສິງກະໂປ ແບ່ງປັນບົດຮຽນ. ທ່ານ ຫງວຽນທ້ຽນເຍີນ ປາດຖະໜາວ່າ ຈະໄດ້ຮັບຄວາມເອົາໃຈໃສ່ຂອງສິງກະໂປ ກ່ຽວກັບບັນຫາດັ່ງກ່າວ, ພ້ອມກັບການເພີ່ມທະວີການພັດທະນາເຂດຕົວເມືອງທີ່ທັນສະໄໝ ແລະ ຮັກສາເຂດດັ້ງເດີມຂອງນະຄອນໂຮ່ຈິມິນ.

        ສ່ວນທ່ານ ຊຽວຈູງສຽນ, ໄດ້ສະແດງຄວາມເພິງພໍໃຈກ່ຽວກັບໝາກຜົນການພົວພັນຄູ່ຮ່ວມມືຍຸດທະສາດຂອງ 2 ປະເທດໃນໄລຍະຜ່ານມາ ແລະ ຫວັງວ່າ, ຫວຽດນາມ ແລະ ສິງກະໂປ ສືບຕໍ່ແມ່ນຄູ່ຮ່ວມມືສຳຄັນໃນອະນາຄົດ.

 

        ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ ຊຽວຈູງສຽນ ໄດ້ເຂົ້າຮ່ວມພິທີເປີດສະຫຼອງ ຫ້ອງການໃໝ່ຂອງສະຖານກົງສູນສິງກະໂປ ປະຈຳນະຄອນໂຮ່ຈິມິນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top