• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຢູ່ ຈີນ

ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບ ຈີນ ແລະ ບັນດາປະເທດປະຕິບັດລັດທິຫຼາຍຝ່າຍ, ຊຸກຍູ້ການພັດທະນາແບບຍືນຍົງ, ປະກອບສ່ວນເຂົ້າໃນການແກ້ໄຂບັນດາບັນຫາໃຫຍ່ຂອງສາກົນ ແລະ ພາກພື້ນ.
ທີ່ການພົບປະສົນທະນາ (ພາບ: VGP)

ວັນທີ 31 ສິງຫາ, ຢູ່ນະຄອນ ທຽນຈີນ, ປະເທດ ຈີນ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມື ຊຽງໄຮ້ (SCO) 2025 ດ້ວຍຖານະເປັນແຂກຖືກເຊີນຂອງປະເທດເຈົ້າພາບ ແລະ ເຮັດວຽກຢູ່ ຈີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ດຳເນີນການພົບປະສົນທະນາກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ.

        ທີ່ການພົບປະສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບ ຈີນ ແລະ ບັນດາປະເທດປະຕິບັດລັດທິຫຼາຍຝ່າຍ, ຊຸກຍູ້ການພັດທະນາແບບຍືນຍົງ, ປະກອບສ່ວນເຂົ້າໃນການແກ້ໄຂບັນດາບັນຫາໃຫຍ່ຂອງສາກົນ ແລະ ພາກພື້ນ. ທ່ານສະເໜີໃຫ້ ຈີນ ເປີດກວ້າງການນຳເຂົ້າບັນດາຜະລິດຕະພັນກະເສດມີຄຸນນະພາບສູງຂອງ ຫວຽດນາມ; ໜູນຊ່ວຍ ຫວຽດນາມ ຖ່າຍທອດເຕັກໂນໂລຊີ, ກໍ່ສ້າງພື້ນຖານໂຄງລ່າງ, ໂດຍສະເພາະແມ່ນບັນດາການບໍລິການເຕັກໂນໂລຊີ, ການຄ້າເອເລັກໂຕນິກ, ທ່ານກໍ່ປາດຖະໜາວ່າ 2 ຝ່າຍເພີ່ມທະວີການຮ່ວມມືດ້ານພະລັງງານຢ່າງຮອບດ້ານກວ່າ, ລວມທັງພະລັງງານສະອາດ, ການຊື້ຂາຍໄຟຟ້າ.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ສະເໜີໃຫ້ 2 ຝ່າຍຍູ້ແຮງການແລກປ່ຽນຍຸດທະສາດຂັ້ນສູງ ແລະ ທຸກຂັ້ນ, ເອົາໃຈໃສ່ເຊື່ອມຕໍ່ຍຸດທະສາດການພັດທະນາ, ພື້ນຖານໂຄງລ່າງຄົມມະນາຄົມ; ຍູ້ແຮງການກໍ່ສ້າງດ່ານຊາຍແດນອັດສະລິຍະ ແລະ ເຂດຮ່ວມມືເສດຖະກິດຂ້າມຊາຍແດນ…

        2 ຝ່າຍໄດ້ແລກປ່ຽນຢ່າງກົງໄກກົງມາກ່ຽວກັບບັນຫາທາງທະເລ, ເຫັນດີສືບຕໍ່ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງສຸດຂອງ 2 ປະເທດກ່ຽວກັບການຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນຢ່າງເຂັ້ມງວດ, ສ້າງ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ.

(ແຫຼ່ງຄັດຈາກ VOV)

ຊອກໄດ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 100 ອັດຖິ ແລະ 2 ເຂດຝັງສົບລວມຢູ່ສວນສາທາລະນະ ເລທິຣຽງ

ຊອກໄດ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 100 ອັດຖິ ແລະ 2 ເຂດຝັງສົບລວມຢູ່ສວນສາທາລະນະ ເລທິຣຽງ

ບັ້ນ​ເຄື່ອນ​ໄຫວ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 15 ມີ​ນາ 2026 ຮອດ​ວັນ​ທີ 27 ກໍ​ລະ​ກ​ົດ 2027, ​ໂດຍວາງ​ອອກ​ເປົ້າ​ໝາຍ​ທ້​ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່​ອ​ຊາດ​ປະ​ທານ 7.000 ອັດ​ຖິ ແລະ ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸ່ນ​ຈາກ 18.000 ຕົວ​ຢ່າງ.

Top