ຕອນບ່າຍວັນທີ 10/12, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ພົບປະກັບທ່ານປະທານາທິບໍດີ ອິນເດຍ Pranab Mukherjee. ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ສະໜັບສະໜູນ “ນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ” ແລະ ການເພີ່ມທະວີການມີໜ້າ, ເຊື່ອມຕໍ່ຂອງ ອິນເດຍ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ສະໜັບສະໜູນ ອິນເດຍ ມີທີ່ຕັ້ງບົດບາດເໝາະສົມໃນປະຊາຄົມໂລກ. ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຂອບອົກຂອບໃຈ ແລະ ຕີລາຄາສູງຫຼັກໝັ້ນຕັ້ງໜ້າຂອງ ອິນເດຍ ກ່ຽວກັບບັນຫາທະເລຕາເວັນອອກ.

ທ່ານປະທານາທິບໍດີ ອິນເດຍ Pranab Mukherjee
ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ
(ພາບ: ສຳນັກຂ່າວສານ ຫວຽດນາມ)

ສ່ວນ ທ່ານປະທານາທິບໍດີ ອິນເດຍ Pranab Mukherjee ຖືວ່າ: ອິນເດຍ ແລະ ຫວຽດນາມ ຕ້ອງເພີ່ມທະວີການຮ່ວມມືດ້ານເສດຖະກິດ, ຍູ້ແຮງບັນດາມາດຕະການສົ່ງເສີມແລກປ່ຽນການຄ້າ, ສ້າງສະພາບແວດລ້ອມແຫ່ງການລົງທຶນສະດວກໃຫ້ບັນດານັກລົງທຶນ, ປະຕິບັດຄາດໝາຍນຳວົງເງິນການຄ້າ 2 ສົ້ນບັນລຸ 15 ຕື້ USD ໃນປີ 2020 ຄືການນຳ 2 ປະເທດເປັນເອກະພາບນຳກັນປະສົບຜົນສຳເລັດ.
ແລະກໍ່ໃນວັນທີ 10/12, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມີການພົບປະກັບສະມາຊິກກອງທຶນ ອິນເດຍ ຢູ່ນະຄອນຫຼວງ ນີວເດລີ. ກ່າວຄຳເຫັນທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຫວັງວ່າ: ໄລຍະຈະມາເຖິງ, 2 ປະເທດຈະເປີດກ້ວາງການຮ່ວມມືໃນບັນດາຂົງເຂດໃໝ່ຄື: ນຳໃຊ້ພະລັງງານປະລະມານູເພື່ອຈຸດປະສົງສັນຕິພາບ, ຄົ້ນຄ້ວາ ແລະ ນຳໃຊ້ອາວະກາດເພື່ອຈຸດປະສົງສັນຕິພາບ, ພະລັງງານຜະລິດຄືນໃໝ່, ນຳໃຊ້ອຸປະກອນປະຢັດໄຟຟ້າ…
ແລະກໍ່ໃນວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕ້ອນຮັບທ່ານ Dinesh Kumar Sarraf, ປະທານ, ຜູ້ອຳນວຍການບໍລິຫານບໍລິສັດນ້ຳມັນອາຍແກັດ ອິນເດຍ ONGC Videsh. ທີ່ການຕ້ອນຮັບ, ຜູ້ຕາງໜ້າບໍລິສັດ ONGC Videsh ຫວັງວ່າ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະໜັບສະໜູນບັນດາໂຄງການຂຸດຄົ້ນນ້ຳມັນອາຍແກັດຢູ່ ຫວຽດນາມ, ພ້ອມທັງເພີ່ມທະວີການຮ່ວມມືກັບບໍລິສັດນ້ຳມັນອາຍແກັດ ຫວຽດນາມ ກ່ວາອີກ.

(ແຫຼ່ງຄັດຈາກ VOV)