• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຂົ້າຮ່ວມກອງປະຊຸມໄດ້ສົ່ງສານ, ພາບພົດກ່ຽວກັບປະເທດຫວຽດນາມ

ນີ້ແມ່ນການເດີນທາງປະຕິບັດງານມີຄວາມໝາຍທາງດ້ານການເມືອງສຳຄັນ, ເພື່ອແນໃສ່ສົ່ງສານ, ພາບພົດກ່ຽວກັບປະເທດຫວຽດນາມ - ເຊິ່ງແມ່ນປະເທດທີ່ມີຄວາມຮັບຜິດຊອບ, ເປັນເຈົ້າການ, ຕັ້ງໜ້າໃນການຮ່ວມມືຫຼາຍຝ່າຍ.
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ. (ພາບ: quochoi.vn)

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ພວມປະຕິບັດການເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5 (WCSP5) ຢູ່ ໂອຕາລິດ ໃນລະຫວ່າງວັນທີ 06 – 09 ກັນຍາ. ຕໍ່ຈາກນັ້ນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະໄປຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີລົບ (EP), ລາຊະອານາຈັກ ແບນຊິກ ແລະ ຢ້ຽມຢາມ ສ.ແຟງລັງ ຢ່າງເປັນທາງການໃນລະຫວ່າງວັນທີ 09 -11 ກັນຍາ. ນີ້ແມ່ນການເດີນທາງປະຕິບັດງານມີຄວາມໝາຍທາງດ້ານການເມືອງສຳຄັນ, ເພື່ອແນໃສ່ສົ່ງສານ, ພາບພົດກ່ຽວກັບປະເທດຫວຽດນາມ - ເຊິ່ງແມ່ນປະເທດທີ່ມີຄວາມຮັບຜິດຊອບ, ເປັນເຈົ້າການ, ຕັ້ງໜ້າໃນການຮ່ວມມືຫຼາຍຝ່າຍ, ດ້ວຍນະໂຍບາຍການຕ່າງປະເທດເປີດກວ້າງ, ປາດຖະໜາຢາກພັດທະນາ, ມານະພະຍາຍາມບືນຕົວຂຶ້ນໃນສະພາບໂລກລະບາດໂຄວິດ-19.

        ການເດີນທາງປະຕິບັດງານຢູ່ ເອີລົບ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ແມ່ນການ ຢ້ຽມຢາມ ແລະ ເຮັດວຽກເປັນຄັ້ງທຳອິດຂອງການນຳຫຼັກແຫຼ່ງຂອງພັກ, ລັດຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະ ສິ້ນສຸດກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ດ້ວຍເລື່ອງບູລະນະບຸກຄະລາກອນຂັ້ນສູງຂອງກົງຈັກລັດໃຫ້ສົມບູນແບບ. ນີ້ແມ່ນການເຄື່ອນໄຫວການທູດລັດຖະສະພາໂດຍກົງຄັ້ງທຳອິດນັບແຕ່ຕົ້ນປີ 2021 ຂອງສະພາແຫ່ງຊາດ.

ສືບຕໍ່ເສີມຂະຫຍາຍບົດບາດການທູດລັດຖະສະພາຫຼາຍຝ່າຍ

        ກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5 ດ້ວຍຫົວຂໍ້ລວມທີ່ວ່າ “ການນຳພາຂອງລັດຖະສະພາເພື່ອລັດທິຫຼາຍຝ່າຍຢ່າງມີປະສິດທິຜົນກວ່າ, ນຳມາເຊິ່ງສັນຕິພາບ ແລະ ການພັດທະນາແບບຍືນຍົງໃຫ້ແກ່ປະຊາຊົນ ແລະ ໜ່ວຍໂລກ”. ລາຍການຂອງກອງປະຊຸມໄດ້ສຸມໃສ່ພິຈາລະນາ, ປຶກສາຫາລືກ່ຽວກັບບັນດາບັນຫາຮ້ອນເຮັ່ງ, ຕ້ອງໃຫ້ບຸລິມະສິດແກ້ໄຂຄື: ການຮັບມືຂອງທົ່ວໂລກສຳລັບໂລກລະບາດໂຄວິດ-19 ແລະ ການຟື້ນຟູພາຍຫຼັງໂລກລະບາດ, ສະພາບການຮີບດ່ວນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ການຕ້ານຂໍ້ມູນທີ່ຜິດເຂວ, ການເຂົ້າຮ່ວມຂອງໄວໜຸ່ມໃນຂົງເຂດການເມືອງ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ… ກອງປະຊຸມຄັ້ງນີ້ມີຄວາມໝາຍພິເສດສຳລັບການພັດທະນາຂອງການທູດລັດຖະສະພາ, ຊ່ວຍປັບປຸງບົດບາດຂອງສະຫະພັນລັດຖະສະພາສາກົນ, ເຮັດໃຫ້ມີຊີວິດຊີວາ, ຍົກລະດັບການທູດຫຼາຍຝ່າຍພາຍຫຼັງເວລາປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ເປັນເວລາຍາວ.

        ເລື່ອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເຂົ້າຮ່ວມ WCSP5 ແມ່ນເພື່ອແນໃສ່ຢືນຢັນ, ໃຫ້ຄຳໝັ້ນສັນຍາຄວນເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມຢ່າງມີປະສິດທິຜົນໃນບັນດາການເຄື່ອນໄຫວການທູດລັດຖະສະພາຫຼາຍຝ່າຍຂອງຫວຽດນາມ. ຜ່ານນັ້ນ, ກໍ່ສືບຕໍ່ເສີມຂະຫຍາຍບົດບາດ, ທີ່ຕັ້ງຂອງຫວຽດນາມ ຢູ່ບັນດາກົນໄກຮ່ວມມືລັດຖະສະພາພາກພື້ນ ແລະ ໃນໂລກ, ປະກອບສ່ວນຊຸກຍູ້ບັນດາຄວາມມານະພະຍາຍາມດ້ານການທູດລວມ ເພື່ອຜົນປະໂຫຍດຂອງປະເທດຊາດ.

        ທີ່ວາລະປະຊຸມຄົບຄະນະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ມີບົດກ່າວປາໄສ, ສະແດງໃຫ້ເຫັນທັດສະນະຂອງຫວຽດນາມ ດ້ວຍຫົວຂໍ້ “ການນຳພາຂອງລັດຖະສະພາເພື່ອລັດທິຫຼາຍຝ່າຍຢ່າງມີປະສິດທິຜົນກວ່າ, ນຳມາເຊິ່ງສັນຕິພາບ ແລະ ການພັດທະນາແບບຍືນຍົງໃຫ້ແກ່ປະຊາຊົນ ແລະ ໜ່ວຍໂລກ”. ໃນສະພາບໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນໃນໂລກ ແລະ ຢູ່ຫວຽດນາມ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ແບ່ງປັນ, ປະກອບບັນດາຄຳເຫັນ, ແນວຄວາມຄິດ, ປະກອບສ່ວນເຂົ້າໃນພາລະກິດປ້ອງກັນ ຕ້ານ, ຄວບຄຸມ ແລະ ຍູ້ໂລກລະບາດໃນທົ່ວໂລກໃຫ້ຖອຍໄປ.

(ທ່ານປະທານສະພາແຫ່ງຊາດຢ້ຽມຢາມສະຖານທູດຫວຽດນາມ ປະຈຳໂອຕາລິດ)

ຊຸກຍູ້ການພົວພັນ 2 ຝ່າຍ

        ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ມີບັນດາການພົບປະ 2 ຝ່າຍທີ່ກອງປະຊຸມ ກໍຄືບັນດາການພົບປະເຈລະຈາກັບບັນດາການນຳລັດຖະສະພາ; ພົບປະກັບວິສາຫະກິດຢູ່ ໂອຕາລິດ ທີ່ພວມຜັນຂະຫຍາຍບັນດາໂຄງການຮ່ວມມື ຫຼື ມີຄວາມສາມາດບົ່ມຊ້ອນຮ່ວມມືກັບຫວຽດນາມ. ປະຈຸບັນ, ໂອຕາລິດ ພວມແມ່ນຄູ່ຄ້າໃຫຍ່ທີ 8 ຂອງຫວຽດນາມ ໃນອີຢູ. ວົງເງິນການຄ້າ 2 ສົ້ນລ້ວນແຕ່ເພີ່ມຂຶ້ນຢ່າງຕໍ່ເນື່ອງຜ່ານແຕ່ລະປີ, ບັນລຸປະມານກວ່າ 3 ຕື້ USD. ໂອຕາລິດ ມີ 35 ໂຄງການລົງທຶນທີ່ມີຜົນບັງຄັບໃຊ້ຢູ່ຫວຽດນາມ. ການພົວພັນລັດຖະສະພາລະຫວ່າງ 2 ປະເທດໄດ້ຮັບການຮັກສາຢູ່ທັງຂອງເຂດ 2 ຝ່າຍ ແລະ ຫຼາຍຝ່າຍ. ໃນການໄປປະຕິບັດງານຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ ໂອຕາລິດ, ຮຸງກາຣີ, ສະໂລວາເກຍ ເພື່ອແຈ້ງໃຫ້ຊາບສະພາບການຢູ່ພາຍໃນປະເທດ, ຢື້ຢາມຖາມຂ່າວ, ລະດົມກຳລັງໃຈພໍ່ແມ່ຊາວຫວຽນາມ ຜ່ານຜ່າຄວາມຫຍຸ້ງຍາກຍ້ອນຜົນກະທົບຈາກ ໂຄວິດ-19.

        ການໄປປະຕິບັດງານ ແລະ ເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກ ຄັ້ງທີ 5 ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ຄັ້ງນີ້ ແມ່ນເພື່ອແນໃສ່ສົ່ງສານ, ພາບພົດກ່ຽວກັບປະເທດຫວຽດນາມ - ເຊິ່ງແມ່ນປະເທດທີ່ມີຄວາມຮັບຜິດຊອບ, ເປັນເຈົ້າການ, ຕັ້ງໜ້າໃນການຮ່ວມມືຫຼາຍຝ່າຍ; ພ້ອມກັນນັ້ນ ກໍ່ແມ່ນສະແດງໃຫ້ເຫັນເລື່ອງສະພາແຫ່ງຊາດ ແລະ ປະເທດຫວຽດນາມ ຖືເປັນສຳຄັນກອງປະຊຸມ, ລັດຖະສະພາເອີລົບ, ສຳພັນທະມິດເອີລົບ ແລະ ລັດຖະສະພາບັນດາປະເທດຄູ່ຮ່ວມມື.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ອຳນາດການປົກຄອງ ແລະ ປະຊາຄົມວິສາຫະກິດລັດ Lower Saxony ປາດຖະໜາຢາກສ້າງຕັ້ງການພົວພັນແລກປ່ຽນຄະນະຜູ້ແທນ ແລະ ສ້າງການພົວພັນຄູ່ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ.

Top