• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການາດາ ປະທັບໃຈຕໍ່ບັນດາຜົນງານຂອງ ຫວຽດນາມ

ດ້ວຍຄວາມຄາດຫວັງຢາກມີເອກະລາດ, ເສລີພາບ, ປະຊາຊົນ ຫວຽດນາມ ໝົດທຸກຄົນລ້ວນແຕ່ມີສັນຕິພາບ ແລະ ວັດທະນາຖາວອນ.

ດ້ວຍຄວາມຄາດຫວັງຢາກມີເອກະລາດ, ເສລີພາບ, ປະຊາຊົນ ຫວຽດນາມ ໝົດທຸກຄົນລ້ວນແຕ່ມີສັນຕິພາບ ແລະ ວັດທະນາຖາວອນ.

    

ທ່ານເອກອັກຄະລັດຖະທູດ ຟ້າມກາວຟອງ ແລະ ຜູ້ຕາງໜ້າເຂົ້າຮ່ວມພິທີ

(ພາບ: TTXVN)

ວັນທີ 26 ສິງຫາ, ສະຖານທູດ ຫວຽດນາມ ປະຈຳ ການາດາ ໄດ້ຈັດພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດ ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2022) ຢ່າງສົມກຽດ. ເຂົ້າຮ່ວມພິທີມີຜູ້ຕາງໜ້າລັດຖະບານ ແລະ ສະພາແຫ່ງຊາດ ການາດາ, ຜູ້ຕາງໜ້າຫຼາຍອົງການຈັດຕັ້ງສາກົນ, ຄະນະທຸຕານຸທູດ, ພໍ່ແມ່ຊາວ ຫວຽດນາມ ອາໄສຢູ່ທີ່ນີ້.

        ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ການາດາ ຟ້າມກາວຟອງ ເນັ້ນໜັກວ່າ: ດ້ວຍຄວາມຄາດຫວັງຢາກມີເອກະລາດ, ເສລີພາບ, ປະຊາຊົນ ຫວຽດນາມ ໝົດທຸກຄົນລ້ວນແຕ່ມີສັນຕິພາບ ແລະ ວັດທະນາຖາວອນ. ຫວຽດນາມ ພວມມຸ່ງໄປເຖິງອະນາຄົດດ້ວຍນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ. ຫວຽດນາມ ແມ່ນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ. ປະຊາຊົນ ຫວຽດນາມ ຕັດສິນໃຈປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ສິດຕັດສິນດ້ວຍຕົນເອງຂອງປະຊາຊົນ ແລະ ສິດມີຄວາມຜາສຸກຂອງປະຊາຊົນແຕ່ລະຄົນ.

        ທ່ານ Paul Troppoil, ຜູ້ຊ່ວຍວຽກຮອງລັດຖະມົນຕີການຕ່າງປະເທດ ການາດາ, ສະແດງຄວາມເຄົາລົບຕໍ່ໄລຍະທາງ 77 ປີຜ່ານມາຂອງ ຫວຽດນາມ, ບືນຕົວຂຶ້ນດ້ວຍທີ່ຕັ້ງແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນໂລກ. ພິເສດ, ທ່ານມີຄວາມປະເອີບໃຈວ່າ ຫວຽດນາມ ສາມາດກາຍເປັນຄູ່ຮ່ວມມືຍຸດທະສາດຂອງ ການາດາ ໃນອະນາຄົດ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top