• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຮ່ວມມືສາກົນ ເພີ່ມທະວີກຳລັງຄວາມສາມາດໃຫ້ກຳລັງແກ້ໄຂມົນລະພິດຈາກລະເບີດໝາກມິນ

ໂດຍຈັດຂຶ້ນແຕ່ວັນທີ 21 – 28 ເມສາ, ຊຸດຝຶກອົບຮົມມີການເຂົ້າຮ່ວມຂອງຄູສອນ, ສຳມະນາກອນ ກວ່າ 400 ຄົນ.
ບັນດາສຳມະນາກອນຈະໄດ້ຮຽນຮູ້ກ່ຽວກັບການແກ້ໄຂກ່ຽວກັບລູກລະເບີດໝາກມິນ, ວັດຖຸລະເບີດ (ພາບປະກອບ: TTXVN)

ວັນທີ 22 ເມສາ, ຢູ່ ຮ່າໂນ້ຍ, ສູນການກະທຳກ່ຽວກັບລູກລະເບີດໝາກມິນແຫ່ງຊາດ ຫວຽດນາມ (VNMAC) ໄດ້ສົມທົບກັບກົມການຮ່ວມມືສາກົນ ສ.ເກົາຫຼີ (KOICA), ໂຄງການພັດທະນາສະຫະປະຊາຊາດ (UNDP) ໄຂຊຸດຝືກອົບຮົມຫົວໜ້າທິມ, ນັກເຕັກນິກປະຕິບັດໂຄງການ “ການກະທຳກ່ຽວກັບລູກລະເບີດໝາກມິນເພື່ອບ້ານສັນຕິພາບ ຫວຽດນາມ - ສ.ເກົາຫຼີ”. ໂດຍຈັດຂຶ້ນແຕ່ວັນທີ 21 – 28 ເມສາ, ຊຸດຝຶກອົບຮົມມີການເຂົ້າຮ່ວມຂອງຄູສອນ, ສຳມະນາກອນ ກວ່າ 400 ຄົນ. ຢູ່ທີ່ນີ້, ບັນດາສຳມະນາກອນຈະໄດ້ຮຽນຮູ້ກ່ຽວກັບການແກ້ໄຂກ່ຽວກັບລູກລະເບີດໝາກມິນ, ວັດຖຸລະເບີດ; ການຄຸ້ມຄອງຄຸນນະພາບໃນການທຳລາຍລູກລະເບີດທີ່ຍັງບໍ່ທັນແຕກ... ເພື່ອແນໃສ່ຜັນຂະຫຍາຍຢ່າງຄົບຊຸດໃນທັງໂຄງການ ແລະ ປະກອບສ່ວນຈຳກັດຄວາມສ່ຽງໃນການເຄື່ອນໄຫວທຳລາຍລູກລະເບີດທີ່ຍັງບໍ່ທັນແຕກ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານພັນເອກ ເລກວາງເຮີບ, ຮອງຜູ້ອຳນວຍການໃຫຍ່ VNMAC ໃຫ້ຮູ້ວ່າ, ໂຄງການໄດ້ຜັນຂະຫຍາຍເປັນເວລາ 3 ປີ, ແຕ່ປີ 2024 – 2026, ຢູ່ 3 ແຂວງ, ຄື: ເທື່ອທຽນ-ເຫ້ວ, ກວາງງ້າຍ ແລະ ບິ່ງດິ້ງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ຂະແໜງເຂົ້າສານຂອງ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງ ແລະ ສິ່ງທ້າທາຍໃໝ່, ຂ້າພະເຈົ້າສະເໜີໃຫ້ນະຄອນ ເກິ່ນເທີ ສືບຕໍ່ສຸມໃສ່ຊີ້ນຳ ແລະ ຍູ້ແຮງການຫັນເປັນສີຂຽວ

Top