• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຮ່ວມມືປ້ອງກັນຕ້ານການຄ້າຂາຍຢາເສບຕິດລະຫວ່າງ ຫວຽດນາມ ແລະ ລາວ

ພາຍຫຼັງ 6 ເດືອນແຫ່ງການຜັນຂະຫຍາຍປະຕິບັດບົດບັນທຶກຊ່ວຍຈຳ, ກຳລັງຕຳຫຼວດສືບສວນອາດຊະຍາກຳກ່ຽວກັບຢາເສບຕິດ ຫວຽດນາມ ໄດ້ເປັນເຈົ້າພາບ, ສົມທົບກັບບັນດາຫົວໜ່ວຍ, ທ້ອງຖິ່ນທີ່ກ່ຽວຂ້ອງພົບເຫັນ, ຕໍ່ສູ້ກັບກ່ວາ 100 ກໍລະນີຄ້າຂາຍ.

ພາຍຫຼັງ 6 ເດືອນແຫ່ງການຜັນຂະຫຍາຍປະຕິບັດບົດບັນທຶກຊ່ວຍຈຳ, ກຳລັງຕຳຫຼວດສືບສວນອາດຊະຍາກຳກ່ຽວກັບຢາເສບຕິດ ຫວຽດນາມ ໄດ້ເປັນເຈົ້າພາບ, ສົມທົບກັບບັນດາຫົວໜ່ວຍ, ທ້ອງຖິ່ນທີ່ກ່ຽວຂ້ອງພົບເຫັນ, ຕໍ່ສູ້ກັບກ່ວາ 100 ກໍລະນີຄ້າຂາຍ.

    

ກອງປະຊຸມລະຫວ່າງຕຳຫຼວດສອງປະເທດ ຫວຽດນາມ - ລາວ

ຕອນເຊົ້າວັນທີ 3 ມິຖຸນາ, ຢູ່ແຂວງ ເທື່ອທຽນ - ເຫ້ວ, ກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງຕຳຫຼວດ ລາວ ໄດ້ສົມທົບກັນຈັດກອງປະຊຸມສອງຝ່າຍເພື່ອສະຫລຸບ 6 ເດືອນແຫ່ງການປະຕິບັດບົດບັນທຶກຊ່ວຍຈຳລະຫວ່າງກະຊວງຕຳຫຼວດ 2 ປະເທດກ່ຽວກັບການຮ່ວມມືປ້ອງກັນ, ຕ້ານຢາເສບຕິດ.

        ຕາມນັ້ນແລ້ວ, ພາຍຫຼັງ 6 ເດືອນແຫ່ງການຜັນຂະຫຍາຍປະຕິບັດບົດບັນທຶກຊ່ວຍຈຳ, ກຳລັງຕຳຫຼວດສືບສວນອາດຊະຍາກຳກ່ຽວກັບຢາເສບຕິດ ຫວຽດນາມ ໄດ້ເປັນເຈົ້າພາບ, ສົມທົບກັບບັນດາຫົວໜ່ວຍ, ທ້ອງຖິ່ນທີ່ກ່ຽວຂ້ອງພົບເຫັນ, ຕໍ່ສູ້ກັບກ່ວາ 100 ກໍລະນີຄ້າຂາຍ, ຂົນສົ່ງຢາເສບຕິດຜິດກົດໝາຍຈາກ ລາວ ເຂົ້າມາຈຳໜ່າຍຢູ່ ຫວຽດນາມ , ຈັບຕົວ 140 ເປົ້າໝາຍ, ຢຶດຢາເສບຕິດປະເພດຕ່າງໆດ້ວຍຈຳນວນຫຼາຍຢ່າງສຳເລັດຜົນ.

        ພົນຕີ ຫງວຽນຢູຍງອັກ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໃຫ້ຂໍ້ສັງເກດ, ໄລຍະຈະມາເຖິງ, ສະພາບອາດຊະຍາກຳກ່ຽວກັບຢາເສບຕິດໃນບັນດາເສັ້ນຊາຍແດນ ຫວຽດນາມ - ລາວ ຈະມີຄວາມສັບສົນຫຼາຍຢ່າງ:

        “ກຳລັງຕຳຫຼວດບັນດາກົມກອງທ້ອງຖິ່ນຂອງສອງປະເທດປະຕິບັດວຽກງານສົມທົບກັນໄດ້ເປັນຢ່າງດີເພື່ອກຳແໜ້ນສະພາບການກ່ຽວກັບໄພຢາເສບຕິດຂອງ 2 ປະເທດ, ພິເສດແມ່ນຢູ່ເຂດຊາຍແດນ. ສ້າງຕັ້ງລະບົບໂທລະສັບສາຍດ່ວນເພື່ອແລກປ່ຽນຂໍ້ມູນຂ່າວສານຢູ່ຕຳຫຼວດຂັ້ນຕ່າງໆຢ່າງທັນການ. ກະຊວງຕຳຫຼວດສອງປະເທດໄດ້ກຳນົດເອົາວຽກງານສົມທົບກັນປ້ອງກັນ, ຕ້ານຢາເສບຕິດໃນຈຸດສຸມເປັນການເຄື່ອນໄຫວແຫ່ງຊາດ”.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top