• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ຍີ່ປຸ່ນ ບັນລຸໝາກຜົນແທດຈິງຫຼາຍຢ່າງ

ການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍໃນໄລຍະຜ່ານມາ ບັນລຸໄດ້ຜົນງານແທດຈິງຫຼາຍຢ່າງ. 2 ຝ່າຍສືບຕໍ່ຮັກສາບັນດາກົນໄກຮ່ວມມື
  ທ່ານພົນໂທ ຫງວຽນເຈື່ອງທັງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບທ່ານ Ito Naoki, ເອກອັກຄະລັດຖະທູດວິສາມັນ ຍີ່ປຸ່ນ ປະຈຳ ຫວຽດນາມ (ພາບ: ກະ​ຊວງ​ປ້ອງ​ກັນ​ປະ​ເທດ)  

ຕອນ​ເຊົ້​າ​ວັນ​ທີ 28 ພຶດ​ສະ​ພາ, ຢູ່​ສ​ຳ​ນັກ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ຫວຽດ​ນາມ, ທີ່ ຮ່າ​ໂນ້ຍ, ທີ່​ການ​ຕ້ອ​ນ​ຮັບ​ທ່ານ Ito Naoki, ເອກອັກ​ຄະ​ລັດ​ຖະ​ທູດວິ​ສາ​ມັນ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ຍີ່​ປຸ່ນ ປະ​ຈຳ ຫວຽດ​ນາມ, ທ່ານພົນ​ໂທ ຫງວຽນ​ເຈື່ອງ​ທັງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຢືນ​ຢັນ​ວ່າ ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ 2 ຝ່າຍ​ໃນ​ໄລ​ຍະ​ຜ່ານ​ມາ ບັນ​ລຸ​​ໄດ້ຜົນ​ງານ​ແທ​ດ​ຈິງ​ຫຼາຍ​ຢ່າງ. 2 ຝ່​າຍ​ສືບ​ຕໍ່​ຮັກ​ສາ​ບັນ​ດາ​ກົນ​ໄກ​ຮ່ວມ​ມື, ຄື: ການ​ໂອ້​ລົມ​ສົນ​ທະ​ນາ​ດ້ານ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ, ທາບ​ທາມ​ຄວາມ​ເຫັນ​ຂັ້ນ​ນາຍ​ທະ​ຫານ​ເປັນ​ເສ​ນາ​ທິ​ການ​ໃຫ້ 3 ເຫຼົ່າ​ທັບ ກອງ​ທັບ​ເຮືອ, ທະ​ຫານ​ບົກ ແລະ ກອງ​ທັບອາ​ກາດ; ການ​ຮ່ວມ​ມື​​ກ່ຽວ​ກັບ​ການ​ບຳ​ລຸງ​ສ້າງ, ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ, ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງ​ຄາມ…

ທ່ານພົນ​ໂທ ຫງວຽນ​ເຈື່ອງ​ທັງ ສະ​ເໜີ​ໃຫ້​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Ito Naoki, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສືບ​ຕໍ່ເອົາ​ໃຈ​ໃສ່, ຊີ້​ນຳ, ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ຍີ່​ປຸ່ນ ສຸມ​ໃສ່​ບັນ​ດາ​ຂົງ​ເຂດ, ຄື: ການ​ຮ່ວມ​ມືດ້ານ​ເສ​ນາ​ຮັກ, ຄວາມ​ໝັ້​ນ​ຄົງ​ທາງ​ໄຊ​ເບີ, ການ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊ​າ​ຊາດ, ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງ​ຄາມ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່​ບັນ​ດາ​ກົນ​ໄກ, ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ, ໂດຍ​ສະ​ເພາະ​ແມ່ນ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ປ້ອ​ງ​ກັນ​ຊາດ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ເປີດກວ້າງ (ADMM+).

​ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Ito Naoki, ປາດ​ຖະ​ໜາ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່​າຍ​​ຈະສືບ​ຕໍ່​ສົ​ມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ທີ່​ໄດ້​ເປັນ​ເອ​ກະ​ພາບ​ແລ້ວ, ພ​ິ​ເສດ​ແມ່ນຂົງ​ເຂດ​ປ້ອງ​ກັນ​ຊາດ, ປະ​ກອ​ບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ, ເພື່ອ​ສັນ​ຕິ​ພາບ​ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຢູ່ ອາ​ຊີ ແລະ ໃນ​ໂລກ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ​ ສີ​ພັນ​ດອນ ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັ​ນ​ທາງ​ການ ແລະ ເຂົ້າ​ຮ່ວມ AFF 2026

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ​ ສີ​ພັນ​ດອນ ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັ​ນ​ທາງ​ການ ແລະ ເຂົ້າ​ຮ່ວມ AFF 2026

ຕອນ​ບ່າຍ​ວັນ​ທີ 7 ມິ​ຖຸ​ນາ, ທ່ານ ສອນ​ໄຊ ສີ​ພັນ​ດອນ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ໄດ້​ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ (AFF) ຄັ້ງ​ທີ 3 ປີ 2026 ແຕ່​ວັນ​ທີ 7 – 9 ມິ​ຖຸ​ນາ 2026, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ.

Top