• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສ້າງວັດທະນະທໍາໃນວິສາຫະກິດຫວຽດນາມ ແມ່ນປັດໄຈຕັດສິນຜົນສໍາເລັດ

      ຕອນເຊົ້າວັນທີ 18 ເມສາ, ຢູ່ນະຄອນ ເກິນເທີ, ສະຫະສະມາຄົມພັດທະນາວັດທະນະທໍາວິສາຫະກິດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍບັ້ນຂົນຂວາຍ ສ້າງວັດທະນະທໍາໃນວິສາຫະກິດຫວຽດນາມ ໂດຍນາຍົກລັດຖະມົນຕີຫວຽດນາມເປັນຜູ້ປຸກລະດົມ. 
      ທີ່ກອງປະຊຸມ, ຄະນະຈັດຕັ້ງໄດ້ຜັນຂະຫຍາຍບັນດາມະຕິຂອງນາຍົກລັດຖະມົນຕີຫວຽດນາມ ກ່ຽວກັບ ບັ້ນຂົນຂວາຍ “ການສ້າງວັດທະນະທໍາໃນວິສາຫະກິດຫວຽດນາມ”, ພ້ອມທັງສ້າງຕັ້ງຄະນະຈັດຕັ້ງ ແລະ ສ້າງແຜນການ ສົມທົບລະຫວ່າງບັນດາວິສາຫະກິດກັບ ຄະນະຈັດຕັ້ງ.
        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ໂຮ່ແອັງຕວ໊ນ, ຫົວໜ້າຄະນະຈັດຕັ້ງບັ້ນຂົນຂວາຍ ດັ່ງກ່າວ ໃຫ້ຮູ້ວ່າ ບັ້ນຂົນຂວາຍນີ້ ຈະແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດໃນເຂດທາງທິດຕາເວັນຕົກພາກໃຕ້ ແລກປ່ຽນ, ແບ່ງປັນປະສົບການ ແລະ ວິທີການກໍ່ສ້າງ ແລະ ພັດທະນາວັດທະນະທໍາຂອງວິສາຫະກິດ ຈາກການເຄື່ອນໄຫວພຶດຕິກໍາຕົວຈິງ ເພື່ອພັດທະນາແບບຍືນຍົງ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top