• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສົ່ງອອກສິນໃນນ້ຳຂອງຫວຽດນາມ ຈະຟື້ນຟູຢ່າງແຮງ

ຫວຽດນາມ ໄດ້ຮັບການຄາດຄະເນວ່າຈະສືບຕໍ່ເພີ່ມປະລິມານກຸ້ງໃນປີ 2021, ບັນລຸປະມານ 730.000 ໂຕນ, ເພີ່ມຂຶ້ນ 4%.
ຄາດຄະເນວ່າມູນຄ່າສົ່ງອອກສິນໃນນ້ຳຂອງຫວຽດນາມ ໃນປີ 2021 ຈະບັນລຸ 9,4 ຕື້ USD. (ພາບປະກອບ: TTXVN)

ຕາມບໍລິສັດຫຼັກຊັບທະນານຄານລົງທຶນ ແລະ ພັດທະນາ (BSC) ແລ້ວ, ປີ 2021 ຄວາມຕ້ອງການອຸປະໂພກຟື້ນຟູຢູ່ບັນດາຕະຫຼາດສົ່ງອອກ ຈະໜູນຊ່ວຍທ່າເຕີບໂຕບັນດາຜະລິດຕະພັນສິນໃນນ້ຳ. ພ້ອມກັນນັ້ນ, ບັນດາວິສາຫະກິດດຳເນີນທຸລະກິດສິນໃນນ້ຳຈະເພີ່ມທະວີການນຳເຂົ້າຄືນໃໝ່ ຍ້ອນການເຄື່ອນໄຫວຟື້ນຟູໃນຮອບເວລາເຄິ່ງທ້າຍປີ 2020 ແລະ 2021; ເພີ່ມສິນຄ້າເກັບຮັກສາໄວ້ໃນສາງເຊິ່ງເຄີຍຢູ່ໃນລະດັບຕ່ຳ.

        ບໍລິສັດຫຸ້ນສ່ວນຫຼັກຊັບ FPT (FPTS) ກໍຖືວ່າ, ຫວຽດນາມ ໄດ້ຮັບການຄາດຄະເນວ່າຈະສືບຕໍ່ເພີ່ມປະລິມານກຸ້ງໃນປີ 2021, ບັນລຸປະມານ 730.000 ໂຕນ, ເພີ່ມຂຶ້ນ 4%. ຍ້ອນເຫດນັ້ນ, ແຫຼ່ງກຸ້ງທີ່ສະໜອງເປັນປົກກະຕິຈະແມ່ນທ່າແຮງໃຫ້ແກ່ບັນດາວິສາຫະກິດສົ່ງອອກກຸ້ງຂອງຫວຽດນາມ ສືບຕໍ່ເພີ່ມອັດຕາສ່ວນຢູ່ບັນດາຕະຫຼາດສົ່ງອອກ. ສຳລັບປາຈາ, ປະລິມານປາຈາລ້ຽງຢູ່ຫວຽດນາມ ກໍ່ໄດ້ຮັບການຄາດຄະເນວ່າຈະສືບຕໍ່ເພີ່ມຂຶ້ນ. ຕາມການຄາດຄະເນຂອງສະຫະສະມາຄົມສິນໃນນ້ຳຫວຽດນາມ (VASEP) ແລ້ວ, ມູນຄ່າສົ່ງອອກສິນໃນນ້ຳຂອງຫວຽດນາມ ໃນປີ 2021 ຈະບັນລຸ 9,4 ຕື້ USD.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top