• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສົນທະນາ “ຊຸກຍູ້ການສົ່ງອອກກະສິກຳ, ຊັບພະຍາກອນນ້ຳ ອອກໄປຈີນ”

      ຕອນເຊົ້າ 11 ພະຈີກ 2021, ຢູ່ທີ່ເຮືອນຮັບແຂກຂອງລັດຖະບານ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຈັດກອງປະຊຸມສົນທະນາ “ຊຸກຍູ້ການສົ່ງອອກກະສິກຳ, ຊັບພະຍາກອນນ້ຳໄປຈີນ” ຕາມຮູບແບບໂດຍກົງສົມທົບທາງໄກ.
ການສົນທະນາ “ຊຸກຍູ້ການສົ່ງອອກກະສິກຳ, ຊັບພະຍາກອນນ້ຳ ອອກໄປຈີນ” (ພາບ: baoquocte.vn)
      ການສົນທະນາແມ່ນເນັ້ນໃສ່ການປຶກສາຫາລື ກ່ຽວກັບມາດຕະການຊຸກຍູ້ການສົ່ງອອກກະສິກຳ, ຊັບພະຍາກອນນ້ຳອອກໄປຈີນ ໃນສະພາບການຮ່ວມມືສອງປະເທດນັບມື້ນັບລົງເລິກ, ເສດຖະກິດຂອງຈີນກຳລັງຟື້ນຟູ, ຄວາມຕອ້ງການຂອງຈີນ ແມ່ນການນຳເຂົ້າພະລິຕະພັນຕະພັນກະເສດທີ່ມີຄຸນນະພາບສູງລາຄາເພີ່ມຂື້ນ, ຜ່ານນັ້ນປະກອບສ່ວນເຂົ້າໃນການຟື້ນຟູ ແລະ ໃຫ້ການຊ່ວຍເຫຼືອບັນດາຂະແໜງການນຳເຂົ້າສົ່ງອອກພະລິດຕະພັນກະເສດ, ຊັບພະຍາກອນນ້ຳ ໃນປະເທດຜ່ານຜ່າຄວາມຫຍຸ້ງຍາກຍ້ອນຜົນກະທົບຂອງພະຍາດໂຄວິດ19.
       ທ່ານ ລັດຖະມົນຕີ ເລ ມີງ ຮວານ ສະເໜີໃຫ້ຫ້ອງການຕາງໜ້າຂອງ ຫວຽດນາມ ຢູ່ຕ່າງປະເທດຊ່ວຍເຫຼືອຊອກຫາຂໍ້ມູນ, ຈາກນັ້ນເປັນເສນາທິການໃຫ້ພາຍໃນປະເທດມີຍຸດທະສາດສົ່ງເສີມກພະລິຕະພັນກະເສດ ໃຫ້ໄດ້ຮັບໝາກຜົນ; ສົມທົບການສ້າງຍຸດທະສາດສັງລວມ ກັບແຜນການການເຄື່ອນໄຫວເພື່ອຍູ້ແຮງການສົ່ງອອກພະລິດຕະພັນກະເສດ, ຊັບພະຍາກອນນ້ຳໄປຍັງຕະຫຼາດຈີນ.
(ແຫຼ່ງຄັດຈາກ VOV)
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top