• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສົນທະນາຍຸດທະສາດ ແຫ່ງຊາດ ຫວຽດນາມ - WEF ຄັ້ງທຳອິດ: ເພີ່ມທະວີການພົວພັນຄູ່ຮ່ວມມືພາກລັດ - ເອກະຊົນ

      ກ່າວຄຳເຫັນເປີດສາກ, ທ່ານສາດສະດາຈານ Klaus Schwab  ໄດ້ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ແລະ ໃນນາມສ່ວນຕົວທ່ານນາຍົກລັດຖະມົນຕີ ໄດ້ເຮັດວຽກຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພື່ອປົກປ້ອງຊີວິດ ແລະ ການຫາເງິນລ້ຽງຊີບຂອງ ປະຊາຊົນ ຫວຽດນາມ. 
ບັນດາການນຳເຂົ້າຮ່ວມກອງປະຊຸມ (ພາບ: TTXVN)
      ໂດຍໄດ້ຮັບຄຳເຊີນຈາກ ທ່ານສາດສະດາຈານ Klaus Schwab ຜູ້ກໍ່ຕັ້ງ ແລະ ປະທານບໍລິຫານເວທີປາໄສເສດຖະກິດໂລກ, ວັນທີ 29 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານຮ່ວມ ການສົນທະນາຍຸດທະສາດແຫ່ງຊາດ ຫວຽດນາມ - WEF ຄັ້ງທຳອິດ ທາງອອນລາຍດ້ວຍຫົວຂໍ້ “ເພີ່ມທະວີການພົວພັນຄູ່ຮ່ວມມືພາກລັດ - ເອກະຊົນ: ກຳລັງໜູນສຳຄັນຂອງການຟື້ນຟູຮອບດ້ານ ແລະ ພັດທະນາແບບຍືນຍົງ, ກວມລວມ ແລະ ປ່ຽນແປງໃໝ່ຫົວຄິດປະດິດສ້າງ”.
      ກ່າວຄຳເຫັນເປີດສາກ, ທ່ານສາດສະດາຈານ Klaus Schwab  ໄດ້ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ແລະ ໃນນາມສ່ວນຕົວທ່ານນາຍົກລັດຖະມົນຕີ ໄດ້ເຮັດວຽກຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພື່ອປົກປ້ອງຊີວິດ ແລະ ການຫາເງິນລ້ຽງຊີບຂອງ ປະຊາຊົນ ຫວຽດນາມ. ທ່ານສາດສະດາຈານ Klaus Schwab ສະແດງຄວາມປິຕິຊົມຊື່ນ ເມື່ອເຫັນວ່າ ຫວຽດນາມ ໄດ້ຜັນຂະຫຍາຍ ຍຸດທະສາດການສັກວັກຊິນຢ່າງວ່ອງໄວ ແລະ ຂ້ຽວຂາດ; ນີ້ແມ່ນສັນຍານຕັ້ງໜ້າທີ່ສະແດງໃຫ້ເຫັນວ່າ ຫວຽດນາມ ສາມາດຜ່ານຜ່າ ຄວາມຫຍຸ້ງຍາກຈາກພະຍາດໂຄວິດ - 19 ແລະ ຈະສືບຕໍ່ກ້າວຂຶ້ນເສັ້ນທາງກາຍເປັນສູນເສດຖະກິດຂອງພາກພື້ນ.
      ສ່ວນທ່ານ ຟ້າມມິງຈິງ ໄດ້ມີບົດກ່າວປາໄສສຳຄັນດ້ວຍສານກ່ຽວກັບນະໂຍບາຍທີ່ແຂງແຮງ ໂດຍຢັ້ງຢືນຄວາມມານະພະຍາຍາມ ແລະ ຕັດສິນໃຈຂອງ ຫວຽດນາມ ໃນການຟື້ນຟູ, ພັດທະນາເສດຖະກິດ ສັງຄົມ ປະຕິບັດວິໄສທັດ, ເປົ້າໝາຍ ແລະ ຄວາມຄາດຫວັງພັດທະນາປະເທດຊາດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ນີ້ ແມ່ນຈຸດເວລາທົດສອບຄຸນທາດຈັນຍາບັນ, ການມີຫົວຄິດປະດິດສ້າງ ແລະ ກຳລັງຄວາມສາມາດຮັບມືຂອງ ລັດຖະບານ ແລະ ວິສາຫະກິດ, ນີ້ກໍ່ແມ່ນຈຸດເວລາທີ່ລັດຖະບານ ແລະ ວິສາຫະກິດຄວນເພີ່ມທະວີການພົວພັນຄູ່ຮ່ວມມືພາກລັດ - ເອກະຊົນ. ເພື່ອຜ່ານຜ່າຄວາມຫຍຸ້ງຍາກ.
      ທ່ານນາຍົກລັດຖະມົນຕີ ກໍ່ໄດ້ຢັ້ງຢືນຄວາມຕັດສິນໃຈຂອງ ຫວຽດນາມ ໃນການຍູ້ແຮງການປັບປຸງລະບອບລະບຽບການໃຫ້ສົມບູນແບບ, ຫຼຸດຜ່ອນລະບຽບການບໍລິຫານລົງ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້. ທ່ານກໍ່ໄດ້ຮຽກຮ້ອງນັກລົງທຶນ ສົມທົບປະຕິບັດແຜນນະໂຍບາຍຟື້ນຟູການຜະລິດຢ່າງປອດໄພ ຢູ່ເຂດອຸດສາຫະກຳ, ເຂດເສດຖະກິດ, ເຂດ ເຕັກໂນໂລຢີສູງ…
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top