• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສະຫຼຸບຂອງນາຍົກລັດຖະມົນຕີ ຢູ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19

      ວັນທີ29 ສິງຫາ, ຫ້ອງວ່າການລັດຖະບານ ໄດ້ປະກາດໃຊ້ ຖະແຫຼງການກ່ຽວກັບການສະຫຼຸບຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢູ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃນວັນທີ 27 ສິງຫາ ປີ 2020.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກກ່າວຄຳເຫັນທີ່ກອງປະຊຸມ (ພາບ: baochinhphu.vn
      ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ ໃນໄລຍະຈະມາເຖິງ, ຄວາມສ່ຽງເກີດໂລກລະບາດ ຍັງຄົງຕົວຢູ່ ແລະ ອາດຈະສືບຕໍ່ມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກໃນປະຊາຄົມ. ບັນດາຂະແໜງການຂັ້ນຕ່າງໆສືບຕໍ່ຕ້ອງຍົກສູງສະຕິລະວັງຕົວ, ບໍ່ໃຫ້ປະໝາດ, ຖືເບົາຕໍ່ໂລກລະບາດ, ຖືວ່າ ການຕ້ານໂລກລະບາດຕ້ອງໄດ້ຮັບການປະຕິບັດໃນໄລຍະຍາວນານ ແລະ ຄ່ອຍໆສ້າງຕັ້ງວິຖີການດຳລົງຊີວິດ, ມີການປະພຶດທີ່ເໝາະສົມໃນເງື່ອນໄຂເກີດໂລກລະບາດ. ຂະແໜງການສາທາລະນະສຸກ ຕ້ອງເພີ່ມຄວາມໄວໃນການຄົ້ນຄ້ວາ ວັກຊີນ. ຄຽງຄູ່ກັນນັ້ນ, ວຽກງານຖະແຫຼງຂ່າວ ແລະ ສື່ສານສືບຕໍ່ປະຕິບັດໃຫ້ເປັນຢ່າງດີ ແລະ ມີປະສິດທິຜົນກ່ວາເກົ່າ, ເພື່ອ ປະຊາຊົນໃຫ້ຍາມໃດກໍ່ມີສະຕິລະວັງຕົວແຕ່ບໍ່ສ້າງຄວາມແຕກຕື່ມກະວົນກະວາຍ.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມອບໝາຍໃຫ້ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານໃນການສົມທົບກັບບັນດາກະຊວງ: ການຕ່າງປະເທດ, ຕຳຫຼວດ, ປ້ອງກັນຊາດ, ສາທາລະນະສຸກ…ເພື່ອແກ້ໄຂບັນດາວຽກງານຄື: ຈັດຕັ້ງການປະສານບັນດາຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມ ກັບມາປະເທດ ແລະ ສ້າງຄວາມສະດວກໃນການນຳສົ່ງ ນັກຊ່ຽວຊານ, ນັກລົງທຶນ, ຜູ້ອອກແຮງງານທີ່ມີສີມືແຮງງານ ເຂົ້າເມືອງ ຫວຽດນາມ, ຄົ້ນຄ້ວາ, ສະເໜີບ້ວງເງິນຮັບປະກັນຊີວິດສັງຄົມໄລຍະທີ 2.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ອຳນາດການປົກຄອງ ແລະ ປະຊາຄົມວິສາຫະກິດລັດ Lower Saxony ປາດຖະໜາຢາກສ້າງຕັ້ງການພົວພັນແລກປ່ຽນຄະນະຜູ້ແທນ ແລະ ສ້າງການພົວພັນຄູ່ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ.

Top