• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສອບເສັງຊອກຮູ້ກ່ຽວກັບສາຍພົວພັນລາວ - ຫວຽດນາມ

      ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ຫວຽດນາມ - ລາວ ຈະມາເຖິງ. ລາຍການພາກພາສາລາວໄດ້ຈັດຕັ້ງການລາຍການສອບເສັງຊອກຮູ້ກ່ຽວກັບສາຍພົວພັນລາວ - ຫວຽດນາມ. ເພື່ອແນໃສ່ຊ່ວຍໃຫ້ທ່ານຜູ້ຟັງຂອງລາຍການພາກພາສາລາວມີຄວາມເຂົ້າໃຈຕື່ມອີກກ່ຽວກັບການພົວພັບລະຫວ່າງ ຫວຽດນາມ - ລາວ.

ປຶ້ມເລື່ອງບັນທຶກວຽກງານ ແລະ ຊີວິດຂອງທ່ານ ທໍ່ຕູ້ ຢາໄຊຈູ 
 
      ຄຳຖາມ: ຫວຽດນາມ ແລະ ລາວ ສ້າງຕັ້ງສາຍພົວພັນທາງການທູດໃນວັນທີ, ເດືອນ, ປີໃດ:
                        ກ.2/9/1962
                        ຂ.5/9/1962
                        ຄ.7/9/1962
      + ລາງວັນຈະໄດ້ມອບໃຫ້ຜູ້ຕອບຄຳຖາມຖືກຕ້ອງ ແລະ ໄວກ່ວາໝູ່ແມ່ນ: ປຶ້ມເລື່ອງບັນທຶກວຽກງານ ແລະ ຊີວິດຂອງທ່ານ ທໍ່ຕູ້ ຢາໄຊຈູ ເຊິ່ງໄດ້ແປດ້ວຍ 3 ພາສາ ຫວຽດນາມ, ລາວ, ອັງກິດ (7 ຫົວ), ທ່ານຜູ້ຟັງທີ່ເຂົ້າຮ່ວມສອບເສັງຄົນອື່ນໆກໍ່ຈະໄດ້ຮັບລາງວັນຊົມເຊີຍຈາກທາງລາຍການຄື: ວີ, ແນວໃສ່ບິກ, ແນວຕິດຕູ້ເຢັນ; ແນວຫ້ອຍກະແຈຄືຮູບດັ່ງລຸ່ມນີ້.
      + ຖ້າທ່ານຢາກຮັບຂອງຂວັນຈາກພວກເຮົາ, ກະລຸນາ: ຕອບຄຳຖາມ ແລະ Share ບົດໃນ facebook ຂອງທ່ານ, ຖ່າຍຮູບໜ້າຈໍທີ່ມີຂ່າວກ່ຽວຂ້ອງເຖິງການພົວພັນລະຫວ່າງ ລາວ - ຫວຽດນາມ ໃນເວັບໄຊ (http://vovworld.vn/lo-LA.vov) ແລ້ວສົ່ງເຂົ້າ Facebook ຂອງລາຍການ Laovov5 ຜ່ານທາງ Inbox ຫຼືສົ່ງເຂົ້າ Email: laovov5@gmail.com,  ແລະ  ຢ່າລືມຂຽນຊື່ແລະນາມສະກຸນ, ທີ່ຢູ່, ພ້ອມດ້ວຍເບີໂທລະສັບ. ຂໍຂອບໃຈ!
            ພວກເຮົາຈະຮັບບົດເຂົ້າຮ່ວມການສອບເສັງຮອດວັນທີ 30 ສິງຫາ ປີ 2019.
 (ແຫຼ່ງຄັດຈາກ VOV)
 

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

ທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hermandez ໄດ້ມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 24 - 28 ກັນຍາ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນທ່ານປະທານ Fidel Castro ມາຢ້ຽມຢາມເຂດປົດປ່ອຍ ພາກໃຕ້ ຫວຽດນາມ (9/1973-9/2023). ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນສອງປະເທດ, ພິເສດແມ່ນໄວໜຸ່ມ, ເພີ່ມທະວີຄວາມຮູ້ຄວາມເຂົ້າໃຈກ່ຽວກັບປະຫວັດສາດ ແລະ ຄວາມໝາຍຂອງການພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ກຸຍບາ ໂດຍທ່ານປະທານ ໂຮ່ຈີມິນ ແລະ ທ່ານປະທານ Fidel Castro ໄດ້ເພີ່ມພູນຄູນສ້າງຂຶ້ນ. ພ້ອມທັງ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງຝ່າຍໃນການສືບທອດ ແລະ ເສີມຂະຫຍາຍກຳລັງແຮງມູນເຊື້ອອັນດີງາມ, ປະກອບສ່ວນເຂົ້າໃນການຮັດແໜ້ນການພົວພັນສາມັກຄີລະຫວ່າງ ຫວຽດນາມ - ກຸຍບາ.

Top