• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການມອບລາງວັນຫັນເປັນດີຈີຕອນ ຫວຽດນາມ 2023 ສຸມໃສ່ບັນດາຖານຂໍ້ມູນ

ສະພາຮອບສຸດທ້າຍ ໄດ້ສຸມໃສ່ຕີລາຄາບັນດາເຕັກໂນໂລຊີກ່ຽວກັບຂໍ້ມູນ, ບັນດາພື້ນຖານກ່ຽວກັບຂໍ້ມູນ, ກໍ່ຄືບັນດາວິສາຫະກິດ, ທ້ອງຖິ່ນ ປະຕິບັດວຽກງານສ້າງພື້ນຖານຂໍ້ມູນຕາມມາດຖານຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ.
ພາບປະກອບ

ພິທີມອບລາງວັນຫັນເປັນດີຈີຕອນ ຫວຽດນາມ - Vietnam Digital Awards 2023 (VDA 2023) ຈະຈັດຂຶ້ນໃນວັນທີ 7 ຕຸລາ, ຢູ່ຮ່າໂນ້ຍ. ດ້ວຍຫົວຂໍ້ວ່າ “ເປີດຄວາມສາມາດບົ່ມຊ້ອນຖານຂໍ້ມູນດີຈີຕອນ”, ພາຍຫຼັງປຸກລະດົມເປັນເວລາ 6 ເດືອນ, ການມອບລາງວັນຫັນເປັນດີຈີຕອນ ຫວຽດນາມ 2023 ໄດ້ຮັບຜະລິດຕະພັນເຂົ້າຮ່ວມການເສັງເກືອບ 350 ຜະລິດຕະພັນ. ຄະນະຈັດຕັ້ງເລືອກ 38 ຜະລິດຕະພັນທີ່ເໝາະສົມທີ່ສຸດເພື່ອເຊີດຊູທີ່ພິທີມອບລາງວັນ VDA 2023.  

ທ່ານ ປອ ຫງວຽນກວັນ, ອະດິດລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ປະທານສະພາຮອບສຸດທ້າຍຂອງລາງວັນ VDA 2023 ແບ່ງປັນວ່າ: ສະພາຮອບສຸດທ້າຍ ໄດ້ສຸມໃສ່ຕີລາຄາບັນດາເຕັກໂນໂລຊີກ່ຽວກັບຂໍ້ມູນ, ບັນດາພື້ນຖານກ່ຽວກັບຂໍ້ມູນ, ກໍ່ຄືບັນດາວິສາຫະກິດ, ທ້ອງຖິ່ນ ປະຕິບັດວຽກງານສ້າງພື້ນຖານຂໍ້ມູນຕາມມາດຖານຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການ

ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການ

(VOVWORLD) - ການປະຕິບັດມະຕິເລກທີ 66 ໃນໄລຍະຜ່ານມາ ໄດ້ມີບາດກ້າວຫັນປ່ຽນຢ່າງເຫັນໄດ້ຊັດໃນການສ້າງ, ເຮັດສຳເລັດລະບອບລະບຽບການ, ກົດໝາຍໃຫ້ສົມບູນ, ຕອບສະໜອງຄວາມຮຽກຮ້ອງພັດທະນາປະເທດຊາດ, ແຕ່ນີ້ພຽງແຕ່ແມ່ນໝາກຜົນໃນເບື້ອງຕົ້ນ.

Top