• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນລະຫວ່າງຫວຽດນາມ ແລະ ການາດາ ມີບາດກ້າວພັດທະນາຢ່າງກະໂດດຂັ້ນ

ໃນລະຫວ່າງວັນທີ 8 – 10 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດເປີດກວ້າງ ກຸ່ມ 7 ພື້ນຖານອຸດສາຫະກຳພັດທະນາແຖວໜ້າຂອງໂລກ (G7) ຢູ່ແຂວງ Quebec, ປະເທດການາດາ.


ທ່ານ David Devine ອະດີດເອກອັກຄະລັດຖະທູດການາດາປະຈຳຫວຽດນາມຕອບສຳພາດ
ນັກຂ່າວສຳນັກຂ່າວສານຫວຽດນາມປະຈຳການາດາ

(ພາບ:  Quang Thinh/TTXVN)

ຕາມທ່ານ David Devine ອະດີດເອກອັກຄະລັດຖະທູດການາດາປະຈຳຫວຽດນາມ ແລ້ວ, ການຢ້ຽມຢາມໄດ້ດຳເນີນໃນສະພາບການທີ່ການພົວພັນລະຫວ່າງສອງປະເທດພວມມີບັນດາບາດກ້າວພັດທະນາຢ່າງກະໂດດຂັ້ນ ແລະ ເປີດອອກແງ່ຫວັງໃໝ່ຫຼາຍຢ່າງ, ພ້ອມທັງສະແດງໃຫ້ເຫັນເຖິງການຕີລາຄາສູງຂອງບັນດາປະເທດສະມາຊິກ G7 ສຳລັບຫວຽດນາມໃນການຊອກຫາວິທີການແກ້ໄຂໃຫ້ແກ່ບັນດາບັນຫາທົ່ວໂລກ.

        ຕາມທ່ານອະດີດເອກອັກຄະລັດຖະທູດ, ການຮ່ວມມືດ້ານການສຶກສາ ແມ່ນໜຶ່ງໃນບັນດາຂົງເຂດພົ້ນເດັ່ນໃນການພົວພັນສອງຝ່າຍລະຫວ່າງຫວຽດນາມ - ການາດາ. ປັດຈຸບັນ, ບາງມະຫາວິທະຍາໄລຂອງການາດາ ຢາກດຶງດູດເອົານັກສຶກສາຈາກຫວຽດນາມຕື່ມອີກ, ພ້ອມທັງພວມຄິດໄລ່ຊັ່ງຊານຳບາງຫຼັກສູດການສອນຂອງຫວຽດນາມ.

        ທ່ານອະດີດເອກອັກຄະລັດຖະທູດ ໃຫ້ຮູ້ວ່າ, ການາດາ ພວມພະຍາຍາມເປີດກວ້າງດ້ານການຄ້າກັບຫວຽດນາມ ຕາມແຕ່ລະກຸ່ມ, ຂະແໜງສິນຄ້າ ແລະເມື່ອສັນຍາ CPTPP ໄດ້ຮັບການຜັນຂະຫຍາຍ, ສອງປະເທດຈະມີກາລະໂອກາດ ຂຸດຄົ້ນຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ຊຸກຍູ້ການພັດທະນາຮອບດ້ານກວ່າອີກ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ​ກ່ຽວ​ກັບ​ມະ​ຫາ​ສະ​ໝຸດ ແລະ ກົດ​ໝາຍ​ວ່າ​ດ້າຍ​ທະ​ເລ ຂອງ ສ​ປ​ຊ

ຫວຽດ​ນາມ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ​ກ່ຽວ​ກັບ​ມະ​ຫາ​ສະ​ໝຸດ ແລະ ກົດ​ໝາຍ​ວ່າ​ດ້າຍ​ທະ​ເລ ຂອງ ສ​ປ​ຊ

ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ UNCLOS ດ້ວຍບົດບາດ ເປັນກອບນິຕິກຳສາກົນ ປັບປຸງທຸກການເຄື່ອນໄຫວທາງທະເລ ແລະ ມະຫາສະໝຸດ.

Top