• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບປະແຮກສ່ຽວກຸ່ມບ້ານຈະປະກອບສ່ວນຮັດແໜ້ນສາຍພົວພັນສາມັກຄີມິດຕະພາບ ລະຫວ່າງລາວ-ຫວຽດນາມ

      ວັນທີ 15 ຕຸລາ, ທີ່ນະຄອນຕາມກີ່, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງກວ໋າງນາມແລະ ແນວລາວສ້າງຊາດແຂວງເຊກອງ (ລາວ) ໄດ້ຈັດກອງປະຊຸມພົບປະເຈລະຈາ ປະຈຳປີ 2019.

ກອງປະຊຸມພົບປະເຈລະຈາ ປະຈຳປີ 2019 ລະຫວ່າງ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງກວ໋າງນາມແລະ ແນວລາວສ້າງຊາດແຂວງເຊກອງ (ພາບ: daidoanket.vn)
      ໂດຍການເປັນປະທານຮ່ວມຂອງ ທ່ານຫວໍຊວັນກາປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງກວ໋າງນາມ ແລະທ່ານນາງບຸນຮຽນບຸນຈິດປະທານແນວລາວສ້າງຊາດແຂວງເຊກອງ.
            ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ປຶກສາຫາລືແລກປ່ຽນບາງເນື້ອໃນສຳຄັນຄື: ສືບຕໍ່ສົມທົບກັນໂຄສະນາເຜີຍແຜ່, ປະຕິບັດອະນຸສັນຍາວ່າດ້ວຍເສັ້ນຊາຍແດນແລະຫຼັກໝາຍຊາຍແດນ; ຂົນຂວາຍປະຊາຊົນຢູ່ບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມກັນ ຕັ້ງໜ້າພັດທະນາເສດຖະກິດ, ຫຼຸດຜ່ອນອັດຕາຄອບຄົວທຸກຍາກ; ສົມທົບກັນແກ້ໄຂບັນດາກໍລະນີສົມລົດທີ່ບໍ່ໄດ້ຈົດທະບຽນ, ປະຊາຊົນເຄື່ອນຍ້າຍແບບເສລີ ຢູ່ ເຂດຊາຍແດນ; ສົມທົບກັນໃນວຽກງານຊອກຄົ້ນຫາອັດຖິທະຫານ, ອາສາສະໝັກ ຫວຽດນາມທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວແລະທະຫານລາວທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top