• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບປະແລກປ່ຽນລະຫວ່າງຊາວໜຸ່ມ ຫວຽດນາມ - ໄທ, ໃນທ່າມກາງໂລກລະບາດໂຄວິດ - 19

      ພາຍຫຼັງໄດ້ຈັດຕັ້ງຂຶ້ນມາເປັນເວລາ 10 ປີລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ໄທ ໄດ້ສ້າງໂອກາດເຊື່ອມຕໍ່ແລກປ່ຽນ ແລະ ສ້າງຕາໜ່າງຊາວໜຸ່ມອັນສະໜິດແໜ້ນລະຫວ່າງສອງປະເທດນັບແຕ່ຫຼັງເຫດການສະເຫຼີມສະຫຼອງການສ້າງຕັ້ງລາຍການພົບປະແລກປ່ຽນ ຄົບຮອບ 10 ປີ ເມື່ອປີ 2018, ປີນີ້ຊາວໜຸ່ມສອງປະເທດຈຶ່ງມີໂອກາດໄດ້ພົບປະກັນໃນລາຍການ “ນ້ຳໃຈເພື່ອນມິດ ໄທ - ຫວຽດນາມ ເຊື່ອມຕໍ່ສາຍພົວພັນຂອງຊາວໜຸ່ມໃນສະພາບປົກກະຕິໃໝ່”. ລາຍການດັ່ງກ່າວໂດຍສະຖານທູດ ໄທ ປະຈຳ ຮ່າໂນ້ຍ ຈັດຂຶ້ນຕາມຮູບແບບປະສົມການພົບປະໂດຍກົງ ແລະ ທາງໄກ.
ການພົບປະແລກປ່ຽນຄົບຮອບ 10 ປີເມື່ອປີ 2018
      “ນ້ອງແມ່ນສະມາຊິກຂອງລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ໄທ ແຕ່ປີ 2017. ປີນັ້ນ, ພວກນ້ອງໄດ້ໄປປະເທດໄທ ແລະ ມີໂອກາດໄດ້ຄົ້ນຫາ ແລະ ຢ້ຽມຊົມບັນດາທັດສະນີຍະພາບຂອງ ໄທ, ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນດ້ານວັດທະນະທຳລະຫວ່າງນັກສຶກສາສອງປະເທດ. ບັນດາການເຄື່ອນໄຫວເຫຼົ່ານັ້ນ ໄດ້ຊ່ວຍໃຫ້ນ້ອງມີຄວາມເຂົ້າໃຈຕື່ມອີກກ່ຽວກັບວັດທະນະທຳ ແລະ ປະຊາຊົນ ໄທ ແລະ ມີຄວາມຮັກປະເທດ ໄທ ຫຼາຍກວ່າອີກ. ນັ້ນແມ່ນແຫຼ່ງກຳລັງໜູນເພື່ອໃຫ້ນ້ອງຮຽນຮູ້ພາສາ ໄທ ໄດ້ເກັ່ງກວ່າ ແລະ ປັດຈຸບັນ, ນ້ອງກໍເປັນອາຈານສອນພາສາໄທ. ນ້ອງປາດຖະໜາວ່າ ຈະແຜ່ກະຈາຍຄວາມຮັກມັກພາສາ ໄທ ຂອງຕົນ ແລະ ວັດທະນະທຳ ໄທ ເຖິງເພື່ອນໆນັກສຶກສາຊຸດຮຽນຕໍ່ໄປ”.
        “ນ້ອງໄດ້ເຂົ້າຮ່ວມລາຍການນີ້ປີ 2014 ຢູ່ ຫວຽດນາມ ປະມານ 14 ວັນ. ພວກນ້ອງໄດ້ເຂົ້າຮ່ວມຫຼາຍກິດຈະກຳພົບປະແລກປ່ຽນ ໂດຍຜ່ານການຫຼີ້ນເກມ ແລະ ແບ່ງປັນກ່ຽວກັບວັດທະນະທຳ, ງານບຸນຕ່າງໆຂອງນັບທັງ ຫວຽດນາມ ແລະ ໄທ. ພວກນ້ອງໄດ້ແນະນຳກ່ຽວກັບວາດຟ້ອນ ໄຂ່ໝົດແດງ”. ສ່ວນບັນດາເພື່ອນໆຄົນ ຫວຽດ ໄດ້ນຸ່ງຊຸດເຊື້ອຍາວ ແລະ ພ້ອມກັນສະແດງບັນດາວາດຟ້ອນພື້ນເມືອງຂອງ ຫວຽດນາມ. ສິ່ງທີ່ເຮັດໃຫ້ນ້ອງປະທັບໃຈທີ່ສຸດແມ່ນ ທັງໝູ່ເພື່ອນຄົນ ໄທ ແລະ ຄົນ ຫວຽດ ລ້ວນແຕ່ທຳຄວາມລຶ້ງເຄີຍ ແລະ ສະໜິດກັນໄດ້ງ່າຍ ໂດຍຜ່ານການແລກປ່ຽນວັດທະນະທຳ, ພາສາ ແລະ ແບ່ງປັນຄວາມຮູ້, ປະສົບການໃຫ້ກັນ”.
ອາມອນຣັດ ນະວະສີ ກັບ ແຮ້ງ
      ນອກຈາກເປີດກວ້າງ “ໂລກກະທັດ” ກັບປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະສົມຂອງພາກພື້ນ ອາຊຽນ ແລ້ວ, ຄວາມສຸກຄວາມມ່ວນຊື່ນຂອງ ດ່າວທິເຮິບ ແລະ ອາມອນຣັດ ນະວະສີ ເມື່ອເຂົ້າຮ່ວມລາຍການນີ້ ແມ່ນໄດ້ມີໝູ່ໃໝ່ຫຼາຍຄົນ. ພິເສດ, ອາມອນຣັດ ນະວະສີ ໄດ້ເປັນໝູ່ກັບຜູ້ຊື່ວ່າ ແຮ້ງ ຢູ່ ຫວຽດນາມ. ສອງຄົນມີໂອກາດໄດ້ພົບກັນແບບທາງໄປໃນລາຍການຄັ້ງນີ້.
        ນ້ອງມີຄວາມປະທັບໃຈຕໍ່ນາງ ແຮ້ງ ທີ່ສຸດລາວເປັນຄົນທີ່ເປັນມິດສະໜິດສະໜົມທີ່ສຸດລາວມັກແນະນຳກ່ຽວກັບບັນດາສະຖານທີ່ສຳຄັນ ແລະ ວັດທະນະທຳຂອງ ຫວຽດນາມ ໃຫ້ພວກນ້ອງຟັງຫຼັງຈາກນັ້ນເມື່ອນ້ອງມີໂອກາດມາທ່ອງທ່ຽວຢູ່ ຫວຽດນາມນ້ອງກໍໄດ້ພົບ ແຮ້ງລາວໄດ້ພານ້ອງໄປທ່ອງທ່ຽວຫຼາຍບ່ອນ ແລະ ເປັນຜູ້ນຳທ່ຽວໃຫ້ນ້ອງເລີຍປັດຈຸບັນນີ້ພວກນ້ອງຍັງໄດ້ຕິດຕໍ່ຫາກັນເປັນປະຈຳ”.
ການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ໄທ ປີ 2021 ຢູ່ສະຖານທູດ ໄທ ປະຈຳ ຮ່າໂນ້ຍ
      ບັນດາຜູ້ແທນເຂົ້າຮ່ວມລາຍການນີ້ ໄດ້ພ້ອມກັນຫວນຄືນໄລຍະເວລາທີ່ເຕັມໄປດ້ວຍຄວາມຊົງຈຳ ແລະ ອະນຸສອນຫຼາຍຢ່າງຂອງໄລຍະແຫ່ງການເຂົ້າຮ່ວມລາຍການຊາວໜຸ່ມ ຫວຽດນາມ - ໄທ, ໄດ້ຮັບຟັງບົດກ່າວປາໄສຂອງທ່ານນາງ ຣັດຕິວັນ ບຸນຣະຄອງ, ຫົວໜ້າຫ້ອງການຕາງໜ້າສົ່ງເສີມການທ່ອງທ່ຽວໄທ ຢູ່ ນະຄອນ ໂຮ່ຈີມິນ ດ້ວຍຫົວຂໍ້ “Consumer Trends in Asia: 2021”, ແລກປ່ຽນກ່ຽວກັບຍານພະຫະນະຄົມມະນາຄົມ, ວັດທະນະທຳ, ອາຫານການກິນ, ຟິມຮູບເງົາ, ນັກສະແດງ, ນັກຮ້ອງ ເຊິ່ງຊາວໜຸ່ມສອງປະເທດມີຄວາມສົນໃຈ. ພິເສດ, ບັນດາຜູ້ແທນໄດ້ແລກປ່ຽນ ກ່ຽວກັບທິດທາງການເຄື່ອນໄຫວຂອງລາຍການໃນໄລຍະຈະມາເຖິງຢ່າງຟົດຟື້ນ:
        ຊາວໜຸ່ມສອງປະເທດບໍ່ມີໂອກາດໄດ້ພົບປະກັນໂດຍກົງ ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19. ເຖິງຢ່າງໃດກໍຕາມພວກເຮົາຍັງຕິດຕໍ່ພົວພັນຜ່ານສື່ສັງຄົມອອນລາຍ. ຊາວ ຫວຽດນາມ ແລະ ໄທ ຕ່າງກໍຫຼີ້ນ facebook, ຂ້າພະເຈົ້າຄິດວ່າ ພວກເຮົາຄວນສ້າງ fanpage facebook ພົວພັນແລກປ່ຽນຊາວໜຸ່ມ ຫວຽດນາມ - ໄທ ເພື່ອສາມາດອັບເດດຂໍ້ມູນຂ່າວສານ”.
        “ຂ້າພະເຈົ້າປາດຖະໜາວ່າ ຊາວໜຸ່ມສອງປະເທດຈະແບ່ງປັນກ່ຽວກັບປະສົບການ ແລະ ຄວາມຮູ້ສຶກຂອງຕົນເມື່ອເຂົ້າຮ່ວມລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ໄທ ໃນແຕ່ລະຄັ້ງແບ່ງປັນການຄົ້ນຫາປະເທດຊາດຂອງຕົນໃນສະພາບໂລກລະບາດໂຄວິດ - 19, ຊີວິດຂອງເພື່ອນຖືກຜົນກະທົບແນວໃດໃນໄລຍະເກີດໂລກລະບາດ ແລະ ເພື່ອນໄດ້ຜ່ານຜ່າບັນດາຄວາມຫຍຸ້ງຍາກເຫຼົ່ານັ້ນຄືແນວໃດ”.
            ທາງສະຖານທູດ ໄທ ປະຈຳ ຮ່າໂນ້ຍ ກໍມີແຜນການພັດທະນາລາຍການພົບປະແລກປ່ຽນຊາວໜຸ່ມສອງປະເທດໃຫ້ເໝາະສົມກັບສະພາບການຕົວຈິງໃນແຕ່ລະໄລຍະ. ທ່ານນາງ  ຈານິດດາພາ ຍຸກຕະພັດ ເລຂາເອກ ສະຖານທູດ ໄທ ປະຈຳ ຮ່າໂນ້ຍ ກ່າວວ່າ:
            “ຊາວໜຸ່ມ ຫວຽດນາມ - ໄທ ໃນເກນອາຍຸແຕ່ 18 – 30 ປີ ຈະເຮັດວຽກເປັນຄູ່ ໄທ - ຫວຽດນາມພ້ອມກັນຖ່າຍທຳຄລິບວີດີໂອໜຶ່ງທີ່ມີຄວາມຍາວປະທານ 5 ນາທີ ມີເນື້ອໃນເວົ້າກ່ຽວກັບວັດທະນະທຳອາດຈະຖ່າຍທຳພາບສອງຄົນພ້ອມກັນ ແຕ່ງກິນນຳກັນ ຫຼື ແບ່ງປັນປະສົບການໃນໄລຍະເກີດໂລກລະບາດບັນດາຄລິບວິດີໂອນີ້ ຈະໄດ້ເອົາລົງໃນຊ່ອງ youtube, facebook, tiktok ແລະ ໃນເວັບໄຊຂອງ VOVTV. ປີ 2022, ຖ້ຫາກວ່າສະພາບການໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມພວກເຮົາອາດຈະຈັດການເຄື່ອນໄຫວ offline, ອາດຈະຢູ່ ຫວຽດນາມ ຫຼື ຢູ່ ໄທ”.
            ພາຍຫຼັງຈັດຕັ້ງຂຶ້ນມາເປັນເວລາ 10 ປີ, ເຖິງວ່າ 2 ປີມານີ້, ລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ໄທ  ບໍ່ໄດ້ຈັດໃຫ້ແກ່ຊາວໜຸ່ມລຸ້ນໃໝ່ກໍຕາມ ແຕ່ຍັງຮັກສາລາຍການພົບປະໃຫ້ແກ່ຄົນຊຸດກ່ອນ. ລາຍການພົບປະຄັ້ງນີ້ ບວກກັບບັນດາແຜນການ ເຊິ່ງຊາວໜຸ່ມສອງປະເທດພວມສ້າງແຜນນັ້ນ ຈະເປັນພື້ນຖານເພື່ອພັດທະນາຕາໜ່າງຊາວໜຸ່ມໃຫ້ນັບມື້ນັບຟົດຟື້ນ, ຊ່ວຍເຫຼືອເຊິ່ງກັນແລະກັນໃນວຽກງານ ແລະ ຊີວິດປະຈຳວັນ, ຜ່ານນັ້ນ ກໍ່ປະກອບສ່ວນຊຸກຍູ້ການພົບປະແລກປ່ຽນ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນ ຫວຽດນາມ ແລະ ໄທ ໃຫ້ນັບມື້ນັບເລິກເຊິ່ງ ແລະ ຍືນຍົງ./.
(ແຫຼ່ງຄັດຈາກ VOV)

ຮູບ​ແບບ​ແຮກ​ສ່ຽວ ບ້ານ - ບ້ານ ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາ​ວ

ຮູບ​ແບບ​ແຮກ​ສ່ຽວ ບ້ານ - ບ້ານ ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາ​ວ

ໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໄດ້ຮັບການກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງມາແຕ່ດົນນານ. ໄລ່ມາຮອດປັດຈຸບັນ, ສາຍພົວພັນແບບພິເສດມີໜຶ່ງບໍ່ມີສອງໃນໂລກນີ້ ຍັງສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງດ້ວຍຫຼາຍຮູບແບບການຮ່ວມມື, ພົວພັນແລກປ່ຽນທີ່ແຕກຕ່າງກັນໃນຫຼາກຫຼາຍຂົງເຂດ. ໃນນັ້ນ ຕ້ອງເວົ້າເຖິງຮູບແບບແຮກສ່ຽວ ບ້ານ - ບ້ານ, ເຊິ່ງເປັນຮູບແບບທີ່ມີປະສິດທິຜົນປະກອບສ່ວນເສີມສ້າງຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ລາວ.

Top