• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບປະເຈລະຈາຂັ້ນສູງ ຫວຽດນາມ - ລາວ

      ຫວຽດນາມ ຍາມໃດກໍກຽມພ້ອມໃຫ້ການຊ່ວຍເຫຼືອ ລາວ ຈົນສຸດຄວາມສາມາດຂອງຕົນເທົ່າທີ່ສາມາດເຮັດໄດ້ ເພື່ອປະກອບສ່ວນເຂົ້າໃນການແບ່ງປັນ, ຊ່ວຍເຫຼືອ ລາວ ແກ້ໄຂຄວາມຫຍຸ້ງຍາກ.
ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ (ພາບ: VOV)
      ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຕອນເຊົ້າວັນທີ 8 ມັງກອນ, ຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ໂດຍທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ນຳໜ້າ ໄດ້ເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 8 ມັງກອນ ຫາວັນທີ 10 ມັງກອນ 2022, ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ. ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງການນຳຂັ້ນສູງຂອງຕ່າງປະເທດມາ ຫວຽດນາມ ໃນປີ 2022.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ  (ພາບ: VOV)
      ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ເຫັນດີນຳກັນວ່າ ສອງປະເທດຕ້ອງສືບຕໍ່ເພີ່ມທະວີການຮ່ວມມື, ໜູນຊ່ວຍເຊິ່ງກັນແລະກັນເພື່ອຮັບປະກັນການຮັກສາເອກະລາດ, ເປັນເຈົ້າຕົນເອງ, ໂດຍສະເພາະແມ່ນການເປັນເຈົ້າຕົນເອງໃນດ້ານເສດຖະກິດ. ສອງຝ່າຍຕ້ອງຊ່ວຍເຫຼືອເຊິ່ງກັນແລະກັນໃນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ເພີ່ມທະວີການສົມທົບ, ລະດົມກຳລັງຈາກຄູ່ຮ່ວມມືສາກົນມາຮັບໃຊ້ກິດຈະການພັດທະນາປະເທດຊາດຂອງແຕ່ລະປະເທດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍກຽມພ້ອມໃຫ້ການຊ່ວຍເຫຼືອ ລາວ ຈົນສຸດຄວາມສາມາດຂອງຕົນເທົ່າທີ່ສາມາດເຮັດໄດ້ ເພື່ອປະກອບສ່ວນເຂົ້າໃນການແບ່ງປັນ, ຊ່ວຍເຫຼືອ ລາວ ແກ້ໄຂຄວາມຫຍຸ້ງຍາກ. ທ່ານນາຍົກລັດຖະມົນຕີກໍແຈ້ງໃຫ້ຊາບວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບວັກຊິນກັນພະຍາດໂຄວິດ - 19 ຈຳນວນ 1 ລ້ານໂດສ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນ ລາວ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍສະເໜີໃຫ້ສອງຝ່າຍຍູ້ໄວການເຊື່ອມຕໍ່ໃນຂົງເຂດການຄົມມະນາຄົມຕາມທິດຕາເວັນອອກ - ຕາເວັນຕົກ ແລະ ເຊື່ອມຕໍ່ກັບບັນດາປະເທດ ອາຊຽນ, ພິເສດແມ່ນເສັ້ນທາງດ່ວນ ຮ່າໂນ້ຍ - ວຽງຈັນ, ຢັ້ງຢືນ ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ ລາວ ນຳໃຊ້ ທ່າກ່ຳປັ່ນຂອງ ຫວຽດນາມ, ພິເສດແມ່ນ ທ່າກ່ຳປັ່ນ ຫວູງອ໊າງ, ຊ່ວຍ ລາວ ເຊື່ອມຕໍ່ອອກສູ່ທະເລ ແລະ ກາຍເປັນສູນ logistic ຂອງພາກພື້ນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍສະເໜີໃຫ້ສອງຝ່າຍ ສ້າງກອບນິຕິກຳໃຫ້ມີສະຖຽນລະພາບ ແລະ ໂປ່ງໃສ, ສ້າງສະພາບແວດລ້ອມດຳເນີນທຸລະກິດທີ່ສະດວກໃຫ້ແກ່ວິສາຫະກິດສອງປະເທດ.
        ໃນການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ກໍເປັນປະທານຮ່ວມ ພິທີປຸກລະດົມ ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ປີ 2022 ແລະ ກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີ ຄັ້ງທີ 44 ລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ. ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ຍັງຈະເຂົ້າຢ້ຽມຄ່ຳນັບທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ; ມີການພົບປະກັບທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top