• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຜັນແປຂອງໂລກລະບາດ Covid-19 ຢູ່ຫຼາຍປະເທດ

      ອົງການຄຸ້ມຄອງ ແລະ ປ້ອງກັນຕ້ານໂລກລະບາດ ສ.ເກົາຫຼີ (KCDC) ໃຫ້ຮູ້ວ່າ, ມີ 518 ກໍລະນີຕິດເຊື້ອພະຍາດໄວຣັດ SARS-CoV-2, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອພະຍາດດັ່ງກ່າວຂຶ້ນເປັນ 6.284 ກໍລະນີ

ກໍລະນີຕິດເຊື້ອພະຍາດໄວຣັດ SARS-CoV-2
(ພາບປະກອບ: IRNA/TTXVN)
      ວັນທີ 05 ມີນາ, ກະຊວງສາທາລະນະສຸກອາຟະລິກາໃຕ້ ໄດ້ແຈ້ງໃຫ້ຊາບວ່າ ໄດ້ກວດພົບກໍລະນີຕິດເຊື້ອພະຍາດໄວຣັດ SARS-CoV-2 (Covid - 19) ຄົນທຳອິດ. ເພດຊາຍ, ອາຍຸ 38 ປີ, ລາວເຄີຍໄປທ່ອງທ່ຽວຢູ່ອີຕາລີ ແລະ ກັບເມືອປະເທດໃນວັນທີ 01 ມີນາ. ໃນຂະນະນັ້ນ, Tunisia, ໄດ້ຢຸດຕິການຂຸດຄົ້ນເສັ້ນທາງທະເລໄປຫາທິດເໜືອອີຕາລີ ໂດຍຊົ່ວຄາວເພື່ອສະກັດກັ້ນການແຜ່ລະບາດຂອງໄວຣັດ SARS-CoV-2.
          ໃນເຫດການທີ່ກ່ຽວຂ້ອງ, ວັນທີ 05 ມີນາ, ກະຊວງສາທາລະນະສຸກ ແລະ ບຳລຸງສ້າງການແພດ ອີຣານ ໄດ້ແຈ້ງໃຫ້ຊາບກ່ຽວກັບກໍລະນີຕິດເຊື້ອພະຍາດໄວຣັດ SARS-CoV-2 ຢູ່ປະເທດນີ້ແມ່ນຂຶ້ນເຖິງ 3.513 ກໍລະນີ, ໃນນັ້ນມີ 107 ກໍລະນີເສຍຊີວິດ; ຢູ່ອັງກິດ ເກີດມີກໍລະນີຕິດໂລກລະບາດ Covid - 19 ເສຍຊີວິດເປັນລາຍທຳອິດ.
          ຕອນເຊົ້າວັນທີ 06 ມີນາ, ອົງການຄຸ້ມຄອງ ແລະ ປ້ອງກັນຕ້ານໂລກລະບາດ ສ.ເກົາຫຼີ (KCDC) ໃຫ້ຮູ້ວ່າ, ມີ 518 ກໍລະນີຕິດເຊື້ອພະຍາດໄວຣັດ SARS-CoV-2, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອພະຍາດດັ່ງກ່າວຂຶ້ນເປັນ 6.284 ກໍລະນີ; ຈຳນວນ 42 ກໍລະນີເສຍຊີວິດ.
          ວັນທີ 05 ມີນາ, ຢູ່ອີຕາລີ - ມີຜູ້ເສຍຊີວິດຍ້ອນຕິດເຊື້ອພະຍາດໄວຣັດ SARS-CoV-2 ຂຶ້ນເປັນ 148 ກໍລະນີ, ຈຳນວນກໍລະນີຕິດໃໝ່ແມ່ນ 769 ກໍລະນີ, ຍົກຈຳນວນຜູ້ຕິດເຊື້ອພະຍາດດັ່ງກ່າວຂຶ້ນເປັນ 3.858 ຄົນ ໃນຮອບເວລາພຽງແຕ່ 2 ອາທິດ; ຊູແອັດ ໄດ້ຢັ້ງຢືນວ່າ ມີ 30 ກໍລະນີຕິດເຊື້ອໃໝ່, ຍົກຈຳນວນຜູ້ຕິດເຊື້ອພະຍາດໄວຣັດ SARS-CoV-2 ຂຶ້ນເປັນ 94 ກໍລະນີ; ຜູ້ຕິດເຊື້ອພະຍາດໄວຣັດ SARS-CoV-2 ຢູ່ ອຽກລັງ ມີ 13 ຄົນ; ແອດສະປາຍ ແມ່ນ 42 ກໍລະນີ. ວັນທີ 05 ມີນາ, ວົງການສາທານະລະສຸກຢູ່ລັດ ວໍຊິງຕັນ, ປະເທດອາເມລິກາ ໄດ້ແຈ້ງວ່າ ໄດ້ມີ 12 ກໍລະນີເສຍຊີວິດຍ້ອນຕິດເຊື້ອພະຍາດໄວຣັດ SARS-CoV-2.
ວັນທີ 06 ມີນາ, ປູຕານ ໄດ້ແຈ້ງໃຫ້ຊາບວ່າ, ປະເທດນີ້ໄດ້ກວດພົບກໍລະນີຕິດເຊື້ອພະຍາດໄວຣັດ SARS-CoV-2 (Covid - 19) ທຳອິດ, ແມ່ນນັກທ່ອງທ່ຽວຊາວອາເມລິກາ. ໃນຂະນະນັ້ນ, ເຈົ້າໜ້າທີ່ສາທາລະນະສຸກ ອິນເດຍ ແຈ້ງໃຫ້ຊາບວ່າ, ມາຮອດປະຈຸບັນມີຈຳນວນ 30 ກໍລະນີຕິດເຊື້ອພະຍາດໄວຣັດ SARS-CoV-2 ແລ້ວ. ໄລ່ຮອດວັນທີ 05 ມີນາ, ເອກົວດໍ, ບຣາຊິນ, ອາກຊັງຕິນ, ຈີເລ, ຈີນ ກໍ່ໄດ້ແຈ້ງໃຫ້ຊາບວ່າ ໄດ້ກວດພົບກໍລະນີຕິດເຊື້ອພະຍາດໄວຣັດ SARS-CoV-2 ໃໝ່ຕື່ມອີກ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top