• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ເຄັ່ງຕຶງຂຶ້ນ

ໃນຈຸດເວລາດັ່ງກ່າວ, ບັນດາລະບົບປ້ອງກັນອາກາດຂອງປະເທດນີ້ ໄດ້ຕີສະກັດ 540 UAV ແລະ ລູກສອນໄຟພາທາງຊັດເຈນ 15 ລູກຂອງ ຢູແກຼນ ທີ່ໂຈມຕີເຂົ້າ ລັດເຊຍ.
  (ພາບ​ປະ​ກອບ: REUTERS/Stringer)  

ວັນ​ທີ 13 ມິ​ຖຸ​ນາ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ ໃຫ້​ຮູ້​ວ່າ ກອງ​ທັບ​ປະ​ເທດນີ້​ໄດ້ເລັງໃສ່​​ເປົ້າ​ໝາຍເຊິ່ງ​ແມ່ນ​ບັນ​ດາ​ຮາກ​ຖານ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ພະ​ລັງ​ງານ ແລະ ທາງ​ຄົມ​ມະ​ນາ​ຄົມ​ຮັບ​ໃຊ້​ກອງ​ທັບ ຢູ​ແກຼນ, ບັນ​ດາ​ເຫດ​ບຸກ​ໂຈມ​ຕີກໍ່​ແນ​ໃສ່​ເຂດ​ຕັ້ງ​ທັບ​ຊົ່ວ​ຄາວ​ຂອງ​ບັນ​ດາ​ກົມ​ກອງ​ປະ​ກອບ​ອາ​ວຸດ ຢູ​ແກຼນ ແລະ ທະ​ຫານ​ຮັບ​ຈ້​າງ​ຊາວ​ຕ່າງ​ປະ​ເທດ​ຢູ່ 142 ຈຸດ. ໃນ​ຈຸດ​ເວ​ລາ​ດັ່ງ​ກ່າວ, ບັນ​ດາ​ລະ​ບົບ​ປ້ອງ​ກັນ​ອາ​ກາດ​ຂອງ​ປະ​ເທດນີ້ ໄດ້​ຕີ​ສະ​ກັດ 540 UAV ແລະ ລູກ​ສອນ​ໄຟ​ພາ​ທາງ​ຊັດເຈນ 15 ລູກ​ຂອງ ຢູ​ແກຼນ ທີ່​​ໂຈມ​ຕີ​ເຂົ້າ ລັດ​ເຊຍ.

ທ່ານ Veniamin Kondratyev, ຜູ້​ວ່າ​ການ​ລັດ​ແຂວງ Krasnodar, ໃຫ້​ຮູ້​ວ່າ ການ​ບຸກ​ໂຈມ​ຕີ​ດ້ວຍ UAV ຈາກ ຢູ​ແກຼນ ໄດ້​ເຮັດ​ໃຫ້ 1 ຄົ​ນ​ເສຍ​ຊີ​ວິດ ແລະ 3 ຄົນ​ຮັບ​ບາດ​ເຈັບ.

ສ່ວນ​ຝ່າຍ ຢູ​ແກຼນ, ທ່ານ​ Volodymyr Zelensky, ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ກໍ່​ແຈ້​ງ​ໃຫ້​ຊາບ​ວ່າ ບັນ​ດາ​ກຳ​ລັງ​ຂອງ​ປະ​ເທດນີ້​ໄດ້​ບຸກ​ໂຈມ​ຕີຮາກ​ຖານ​ດ້ານ​ການ​ທະ​ຫານ ແລະ ພະ​ລັງ​ງານ​ຈຳ​ນວນ​ໜຶ່ງ ນອນ​ເລິກ​ໃນ​ເຂດ​ດິນ​ແດນ ລັດ​ເຊຍ, ລວມ​ທັງ​ໂຮງ​ງານ​ການ​ທະ​ຫານ​ທີ່​ໄດ້​ຮັບ​ຖື​ວ່າ ແມ່ນ​ແຫ່​ງ​ສະ​ໜອງ​ເຄື່ອ​ງ​ອາ​ໄຫຼ່​ໃຫ້ບັນດາ UAV ແລະ ລູກ​ສອນ​ໄຟ​ປະເພດຕ່າງໆຂອງ ລັດ​ເຊຍ.

(ແຫຼ່ງຄັດຈາກ VOV)

ກຸຍບາ ປະກາດຫຼາຍການປະຕິຮູບດ້ານເສດຖະກິດ

ກຸຍບາ ປະກາດຫຼາຍການປະຕິຮູບດ້ານເສດຖະກິດ

ບັນດາບ້ວງມາດຕະການດັ່ງກ່າວແມ່ນແນໃສ່ສ້າງລະບົບຄຸ້ມຄອງພື້ນຖານເສດຖະກິດ ທີ່ມີຄວາມສາມາດແກ້ໄຂຄວາມຂັດແຍ້ງລະຫວ່າງແຜນການ ແລະ ກຳລັງໜູນ

Top