• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປະທະກັນຢູ່ເຂດ ກາຊາ ສືບຕໍ່ເພີ່ມຂຶ້ນ

ແຈ້ງການຂອງກຳລັງປ້ອງກັນຕົວ ອິດສະຣາແອນ (IDF) ໃຫ້ຮູ້ວ່າ: ບັນດາການບຸກໂຈມຕີ ໄດ້ມ້າງເພທຳລາຍຫຼາຍເປົ້າໝາຍ ແລະ ເຮັດໃຫ້ຜູ້ບັນຊາການຂັ້ນສູງຂອງຂະບວນການອິດສະລາມ ຮາມາດ ຫຼາຍຄົນຖືກບາດເຈັບ
ການປະທະກັນຢູ່ເຂດ ກາຊາ ສືບຕໍ່ເພີ່ມຂຶ້ນ (ພາບ:AFP/TTXVN)

ວັນທີ 27 ຕຸລາ, ກອງທັບ ອິດສະຣາແອນ ສືບຕໍ່ຍູ້ແຮງບັ້ນຮົບບຸກໂຈມຕີທັງກຳລັງ ກອງທັບອາກາດ, ກອງທັບເຮືອ ແລະ ທະຫານປືນໃຫຍ່ ແນ່ໃສ່ ເປົ້າໝາຍຕ່າງໆໃນເຂດ ກາຊາ. ແຈ້ງການຂອງກຳລັງປ້ອງກັນຕົວ ອິດສະຣາແອນ (IDF) ໃຫ້ຮູ້ວ່າ: ບັນດາການບຸກໂຈມຕີ ໄດ້ມ້າງເພທຳລາຍຫຼາຍເປົ້າໝາຍ ແລະ ເຮັດໃຫ້ຜູ້ບັນຊາການຂັ້ນສູງຂອງຂະບວນການອິດສະລາມ ຮາມາດ ຫຼາຍຄົນຖືກບາດເຈັບ. ໃນຂະນະນັ້ນ, ບັນດາແຫຼ່ງຂ່າວພາກພື້ນໄດ້ຕີລາຄາວ່າ ການຍິງທຳລາຍໃນວັນທີ 27 ຕຸລາ ແມ່ນນອງເລືອດທີ່ສຸດນັບແຕ່ເວລາທີ່ກຳລັງ IDF ດຳເນີນບັ້ນຮົບ “ດາບເຫຼັກ” ຢູ່ເຂດ ກາຊາ ໃນວັນທີ 7 ຕຸລາ.

ແລະ ກໍ່ໃນວັນທີ 27 ຕຸລາ, ອຳນາດການປົກຄອງ ອິດສະຣາແອນ ໄດ້ຕັດເຄືອຂ່າຍອິນເຕີເນັດທັງໝົດ ຢູ່ເຂດ ກາຊາ. ຂ່າວນີ້ໄດ້ຮັບການຢັ້ງຢືນຈາກສື່ມວນຊົນໃນພາກພື້ນ ແລະ ຫຼາຍອົງການສາກົນ ຢູ່ເຂດ ກາຊາ. ຕອນບ່າຍວັນທີ 27 ຕຸລາ, ໂຄສົກຂອງທະຫານ ອິດສະຣາແອນ, ທ່ານວາທີພົນເຮືອເອກ Daniel Hagari ໄດ້ຖະແຫຼງວ່າ ປະເທດນີ້ຈະເປີດກ້ວາງການເຄື່ອນໄຫວດ້ານການທະຫານຢູ່ເຂດ ກາຊາ ໃນໄວໆນີ້.

(ແຫຼ່ງຄັດຈາກ VOV)

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສຳຫຼວດກວດກາລະອຽດຂົງເຂດຄຸ້ມຄອງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສຳຫຼວດກວດກາລະອຽດຂົງເຂດຄຸ້ມຄອງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ

ຮ່າງມະຕິຕ້ອງອັບເດັດ, ເພີ່ມເຕີມບັນດາຂໍ້ກຳນົດຂອງກົດໝາຍໃໝ່ກ່ຽວຂ້ອງເຖິງທີ່ດິນ, ຊັບພະຍາກອນ, ສິ່ງແວດລ້ອມ, ກະສິກຳ.

Top