• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປະຕິວັດເດືອນສິງຫາ 1945 ແລະ ບົດຮຽນຍາດແຍ່ງກາລະໂອກາດ

      ວັນທີ 19 ສິງຫາ 1945, ຂະບວນການລຸກຮື້ຂຶ້ນຍາດຊີງເອົາອຳນາດການປົກຄອງຢູ່ ຮ່າໂນ້ຍ ໄດ້ສິ້ນສຸດລົງດ້ວຍີໄຊຊະນະນັ້ນ. 
            75 ປີ ນັບແຕ່ຜົນສຳເລັດຂອງການປະຕິວັດເດືອນສິງຫາ, ບົດຮຽນກ່ຽວກັບການຍາດແຍ່ງ ແລະ ໝູນໃຊ້ກາລະໂອກາດຍັງຮັກສາລັກສະນະສະຖານະການໄວ້ເໝືອນເດີມ.

ທ່ານ ຫງວຽນຢຸຍນຽນ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ:  congly.vn)
      ທ່ານ ຫງວຽນຢຸຍນຽນ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ແບ່ງປັນກັບສື່ມວນຊົນໃນມໍ່ໆມານີ້ ກ່ຽວກັບບົດບາດຂອງປະທານໂຮ່ຈີມິນ ທີ່ມີຕໍ່ການປະຕິວັດ ຫວຽດນາມ, ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຍາດແຍ່ງກາລະໂອກາດ.
        “ກາລະໂອກາດແມ່ນມີຄວາມສຳຄັນຫລາຍ. ເພື່ອຍາດໄດ້ໄຊຊະນະ, ຍາດເອົາເອກະລາດໃນການປະຕິວັດເດືອນ ສິງຫາ 1945 ນັ້ນ, ພຽງແຕ່ຊ້າ 1 ອາທິດ, ຫວຽດນາມ ກໍ່ຍາກທີ່ຈະຍາດໄດ້ໄຊຊະນະນັ້ນ. ປະທານ ໂຮ່ຈີມິນ ໄດ້ເລືອກເອົາໂອກາດທີ່ ຝຣັ່ງ ຖືກ ຍີ່ປຸ່ນ ບຸກຕີອອກຖອນຈາກອິນດູຈີນ, ຍີ່ປຸ່ນ ຍອມຈຳນົນຕໍ່ຝ່າຍສຳພັນທະມິດ. ໃນໂອກາດນັ້ນ ປະທານ ໂຮ່ຈີມິນ ໄດ້ນຳພາປະຊາຊົນຍາດຊີງເອົາອຳນາດການປົກຄອງ, ສ້າງປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ເຊິ່ງແມ່ນການປະຕິວັດທີ່ບໍ່ມີສຽງປືນແຕກ, ບໍ່ນອງເລືອດ, ແຕ່ປະສົບຜົນສຳເລັດຢ່າງຈົບງາມໃນໄລຍະສັ້ນທີ່ສຸດ.
(ແຫຼ່ງຄັດຈາກ VOV)

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຊຸມປີຜ່ານມາ, ການຈັດຕັ້ງການຕຳໜິຕິຊົມຕາມແຕ່ລະກຸ່ມ, ສົມທົບກັບການປະກອບຄຳເຫັນລວມ ບັນລຸປະສິດທິຜົນສູງ.

Top