• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປະຕິວັດອຸດສາຫະກຳຄັ້ງທີ 4- ກາລະໂອກາດ ແລະ ສິ່ງທ້າທາຍສຳລັບ ຫວຽດນາມ

      ການປະຕິວັດອຸດສາຫະກຳຄັ້ງທີ 4- ກາລະໂອກາດ ແລະ ສິ່ງທ້າທາຍສຳລັບ ຫວຽດນາມ - ນັ້ນແມ່ນຫົວຂໍ້ຂອງກອງປະຊຸມສຳມະນາໂດຍສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຈັດຕັ້ງໃນຕອນເຊົ້າວັນທີ 10/5 ຢູ່ຮ່າໂນ້ຍ. 

ກອງປະຊຸມສຳມະນາໃນວັນທີ 10/5
      ທີ່ກອງປະຊຸມສຳມະນາ, ມີຄຳເຫັນຫຼາຍຂໍ້ຖືວ່າ ຫວຽດນາມ ໄດ້ກາຍເປັນປະເທດອຸດສາຫະກຳທັນສະໄໝຢ່າງວ່ອງໄວ, ຄວນປະຕິຮູບ, ປັບປຸງພື້ນຖານການສຶກສາ, ບຳລຸງສ້າງ, ກໍ່ສ້າງ ແລະ ພັດທະນາບັນດາແຫຼ່ງທຶນເສດຖະກິດ, ທຶນສັງຄົມທີ່ມີຢູ່ແລ້ວ. ຕໍ່ໜ້າການພັດທະນາຂອງເຕັກໂນໂລຢີຂໍ້ມູນຂ່າວສານ, ການຮ່ຳຮຽນແມ່ນຄວາມຮຽກຮ້ອງຕ້ອງການຂອງທຸກໆຄົນເພື່ອສ້າງມະນຸດກະທຳ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງສັງຄົມ. ບັນດາຜູ້ແທນສຸມໃສ່ໄຈ້ແຍກກ່ຽວກັບບາງເນື້ອໃນຄື: ລັກສະນະ ແລະ ຜົນກະທົບຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ທີ່ມີຕໍ່ການພັດທະນາເສດຖະກິດ - ສັງຄົມ… ບັນດາຄຳເຫັນລ້ວນແຕ່ຢັ້ງຢືນວ່າ ການປະຕິວັດ ອຸດສາຫະກຳຄັ້ງທີ 4 ອາດສາມາດເປີດກາລະໂອກາດ, ສ້າງຄວາມສະດວກໃຫ້ແກ່ການພັດທະນາຂອງ ຫວຽດນາມ, ແຕ່ກໍ່ວາງອອກຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ.
(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top