• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳ ລັດເຊຍ - ຈີນ ສະໜັບສະໜູນກັນ ຄັດຄ້ານການແຊກແຊງຈາກພາຍນອກ

      ວັນທີ 08 ກໍລະກົດ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ລັດເຊຍ V.Putin. ໃນການໂອ້ລົມ, 2 ຝ່າຍໄດ້ສະແດງໃຫ້ເຫັນການສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາບັນຫາ, ໃນນັ້ນ ມີການປັບປຸງລັດຖະທຳມະນູນຢູ່ ລັດເຊຍ ແລະ ກົດໝາຍວ່າດ້ວຍຄວາມໝັ້ນຄົງ ຮົ່ງກົງ ຂອງ ຈີນ.

 (ພາບປະກອບ/ vov.vn)
      ໃນການໂອ້ລົມ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຢືນຢັນວ່າ ຈີນ ສະໜັບສະໜູນເສັ້ນທາງພັດທະນາທີ່ເໝາະສົມກັບສະພາບການພາຍໃນປະເທດຂອງ ລັດເຊຍ ແລະ ເລື່ອງສ້າງປະເທດນີ້ໃຫ້ຈະເລີນພັດທະນາ.
        ສ່ວນທ່ານປະທານາທິບໍດີ ລັດເຊຍ Putin ຖືວ່າ: ເລື່ອງ ລັດເຊຍ ຮັບຮອງເອົາລັດຖະທຳມະນູນສະບັບປັບປຸງ ດ້ວຍອັດຕາສະໜັບສະໜູນສູງ ໄດ້ຊ່ວຍໃຫ້ປະເທດນີ້ ຮັກສາສະຖຽນລະພາບດ້ານການເມືອງຍາວນານ, ປົກປັກຮັກສາອະທິປະໄຕຂອງປະເທດຊາດໃຫ້ດີກ່ວາ ແລະ ຄັດຄ້ານການແຊກແຊງຈາກພາຍນອກ.
        ທ່ານ Putin ຢັ້ງຢືນວ່າ: “ການພົວພັນລະຫວ່າງ ລັດເຊຍ - ຈີນ ພວມຢູ່ໃນລະດັບສູງສຸດໃນປະຫວັດສາດ”, ພ້ອມທັງເນັ້ນໜັກເຖິງການສະໜັບສະໜູນມານະພະຍາຍາມຂອງ ຈີນ ໃນການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດຢູ່ ຮົ່ງກົງ ແລະ ຄັດຄ້ານບັນດາການກະທຳເກາະຜິດ ທີ່ແນໃສ່ທຳລາຍອະທິປະໄຕຂອງ ຈີນ.
 (ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top