• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳເຂົ້າສົ່ງອອກ, ການເຂົ້າອອກເມືອງ ໄດ້ດຳເນີນຢ່າງຟົດຟື້ນຍາມຕົ້ນປີໃໝ່ຢູ່ດ່ານຊາຍແດນ ລາວກາຍ

ໃນຊຸມວັນຕົ້ນປີ ມະໂລງ 2024 (10/2)ບັນດາການເຄື່ອນໄຫວ ສົ່ງອອກນຳເຂົ້າສິນຄ້າ, ການເຂົ້າອອກເມືອງ ຢູ່ດ່ານຊາຍແດນ ລາວກາຍໄດ້ດຳເນີນຢ່າງຟົດຟື້ນ ແລະ ມີຄວາມສະດວກຫຼາຍ.
ການສົ່ງອອກ - ນຳເຂົ້າຢູ່ດ່ານຊາຍແດນ ກິມແທັງ (ພາບ: TTXVN)

ຍາມຕອນເຊົ້າວັນທີ 1 ບຸນເຕັດ, ບັນດາງວດສິນຄ້າສົ່ງອອກ - ນຳເຂົ້າ ທຳອິດໄດ້ຜ່ານແດນ ຢູ່ດ່ານຊາຍແດນສາກົນ ທາງບົກເລກທີ II ກິມແທັງ. ກຳລັງທີ່ມີໜ້າທີ່ຮັບຜິດຊອບດ່ານຊາຍແດນ ໄດ້ມອບດອກໄມ້ ໃຫ້ແກ່ຜູ້ຂັບລົດທຳອິດ ຂອງສອງປະເທດ ດ້ວຍຄວາມຫວັງໃນປີໃໝ່ ມີຄວາມສະດວກໃນການຄ້າຂາຍ.

ສ່ວນຢູ່ດ່ານຊາຍແດນທາງບົກ ສາກົນ ລາວກາຍ, ນັບແຕ່ເວລາເປີດດ່ານຊາຍແດນ, ທັງການເຂົ້າ - ອອກເມືອງ ລ້ວນແຕ່ມີພົນລະເມືອງ ຫວຽດນາມ ແລະ ຈີນຄົນທຳອິດມາປະຕິບັດລະບຽບການ. ຕາມທຳນຽມແລ້ວ,ຜູ້ຕາງໜ້າປ້ອມປ້ອງກັນຊາຍແດນດ່ານຊາຍແດນໄດ້ມອບຂອງຂັວນແລະອັງເບົາໂສກດີຍາມຕົ້ນປີໃໝ່ໃຫ້ແກ່ພົນລະເມືອງສອງຄົນທຳອິດ ທີ່ມາຮອດບ່ອນປະຕິບັດລະບຽບການເຂົ້າອອກເມືອງ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ປະ​ຊາ​ຊົນ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ປະ​ຊາ​ຊົນ

ຕອນ​ເຊົ້າ​ວັນ​ທີ 11 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ, ກ​ະ​ຊວງ​ຕຳຫຼວດ​ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກຳ​ລັງ​ປ້ອງ​ກັນ​​ຄວາມ​ສະ​ຫງົບ ປະ​ຊາ​ຊົນ (12/7/1946 - 12/7/2026).

Top