• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳອີຣານ ແລະ ຈີນ ປຶກສາຫາລືກ່ຽວກັບ JCPOA

      ຈີນໄດ້ສວມບົດບາດສຳຄັນ ແລະ ມີປະສິດທິຜົນໃນການເຈລະຈາຄັ້ງຕ່າງໆ ລະຫວ່າງອີຣານ ກັບ ບັນດາປະເທດມະຫາອຳນາດຂອງໂລກ  ທີ່ເຄີຍພາໄປເຖິງການລົງນາມໃນຂໍ້ຕົກລົງ JCPOA

ທ່ານປະທານປະເທດຈີນ ສີຈີ້ນຜິງ ແລະທ່ານປະທານາທິບໍດີອີຣານ Hassan Rouhani
(ພາບ: mehrnews.com)
      ວັນທີ 10 ມິຖຸນາ, ທ່ານປະທານາທິບໍດີອີຣານ Hassan Rouhani ໄດ້ແລກປ່ຽນກັບທ່ານປະທານປະເທດຈີນ ສີຈີ້ນຜິງ ກ່ຽວກັບຂໍ້ຕົກລົງນິວເຄຼຍ ເຊິ່ງອີຣານ ໄດ້ລົງນາມກັບກຸ່ມ P5 +1 (ລວມມີ ອາເມລິກາ, ອັງກິດ, ຝລັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ເມື່ອປີ 2015  ເຊິ່ງຍັງໄດ້ເອີ້ນວ່າ ແມ່ນແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ແລະ ກ່ຽວກັບການພົວພັນສອງຝ່າຍ, ພິເສດແມ່ນໃນຂົງເຂດເສດຖະກິດ ແລະ ການຄ້າ. ທ່ານປະທານາທິບໍດີອີຣານ ຖືວ່າ ຈີນໄດ້ສວມບົດບາດສຳຄັນ ແລະ ມີປະສິດທິຜົນໃນການເຈລະຈາຄັ້ງຕ່າງໆ ລະຫວ່າງອີຣານ ກັບ ບັນດາປະເທດມະຫາອຳນາດຂອງໂລກ  ທີ່ເຄີຍພາໄປເຖິງການລົງນາມໃນຂໍ້ຕົກລົງ JCPOA.
        ທ່ານປະທານປະເທດຈີນ ສີຈີ້ນຜິງ ໃຫ້ຮູ້ວ່າ ຈີນ ຕັດສິນໃຈເພີ່ມທະວີການຮ່ວມມືຍຸດທະສາດກັບອີຣານ. ຕາມທ່ານປະທານປະເທດຈີນ ສີຈີ້ນຜິງແລ້ວ, ຂໍ້ຕົກລົງ JCPOA ແມ່ນຜົນງານອັນຍິ່ງໃຫຍ່ຂອງການຮ່ວມມືລະຫວ່າງບັນດາປະເທດ ເພື່ອແນໃສ່ຮັບປະກັນສັນຕິພາບ ແລະ ການຮ່ວມມືໃນພາກພື້ນ. ດັ່ງນັ້ນ, ບັນດາຝ່າຍທີ່ຍັງເຫຼືອໃນຂໍ້ຕົກລົງນິວເຄຼຍ ຕ້ອງປະຕິບັດບັນດາຄຳໝັ້ນສັນຍາຂອງຕົນຢ່າງຄົບຖ້ວນ.
 (ແຫຼ່ງຄັດຈາກ VOV)
 

ຍູ້ໄວຄວາມຄືບໜ້າການສ້າງຮ້ານວາງສະແດງຢູ່ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025

ຍູ້ໄວຄວາມຄືບໜ້າການສ້າງຮ້ານວາງສະແດງຢູ່ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025

ບັນດາສຳນັກງານ, ອົງການ, ວິສາຫະກິດດຳເນີນການສ້າງແຕ່ວັນທີ 17 ຕຸລາ 2025 ຖືກຕາມຄວາມຄືບໜ້າ, ຮັບປະກັນໃຫ້ສຳເລັດກ່ອນວັນທີ 22 ຕຸລາ 2025 ເພື່ອ ມອບໃຫ້ວິສາຫະກິດວາງສະແດງສິນຄ້າຮັບໃຊ້ການກວດກາຮອບສຸດທ້າຍໃນວັນທີ 24 ຕຸລາ 2025.

Top