• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳຫລາຍປະເທດສົ່ງຄຳອວຍພອນປີໃໝ່ປີສະຫລຸດ້ວຍພາສາຫວຽດ

      ທ່ານປະທານາທິບໍດີ ອາເມລິກາ Joe Biden ກໍ່ນຳໃຊ້ສື່ສັງຄົມອອນລາຍ Twitter ສ່ວນຕົວເພື່ອສົ່ງຄຳອວຍພອນປີໃໝ່ປີສະຫລຸ.
            ເນື່ອງໃນໂອກາດບຸນປີໃໝ່ປີສະຫລຸຢູ່ຫລາຍປະເທດອາຊີ, ການນຳຫລາຍປະເທດໃນໂລກໄດ້ສົ່ງຄຳອວຍພອນປີໃໝ່ປີສະຫລຸ 2021, ໃນນັ້ນ ມີຄຳອວຍພອນຂອງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ດ້ວຍພາສາຫວຽດ. ວັນທີ 12 ກຸມພາ (ກົງກັບວັນທີ 1 ເດືອນ 1 ໄລ່ຕາມຈັນທະປະຕິທິນ), ໃນສື່ສັງຄົມອອນລາຍສ່ວນຕົວ Twitter ແລະ Facebook, ການນຳ ສ.ເກົາຫຼີ ໄດ້ສົ່ງຄຳອວຍພອນບຸນປີໃໝ່ປີສະຫລຸ ດ້ວຍພາສາ ສ.ເກົາຫຼີ, ຫວຽດ, ຈີນ ແລະ ອັງກິດ.
ການນຳ ສ.ເກົາຫຼີ ໄດ້ສົ່ງຄຳອວຍພອນບຸນປີໃໝ່ປີສະຫລຸ ດ້ວຍພາສາ ສ.ເກົາຫຼີ, ຫວຽດ, ຈີນ ແລະ ອັງກິດ
(ພາບ: https://twitter.com/moonriver365)
                  ຢູ່ ເອີຣົບ, ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ກໍ່ໄດ້ສົ່ງຄຳອວຍພອນປີໃໝ່ປີສະຫລຸ 2021 ດ້ວຍເທບວີດີໂອ ຜ່ານທາງ Twitter ແລະ  Facebook ໃນວັນທີ 11 ກຸມພາ (ກົງກັບວັນທີ 30 ເດືອນ 12 ປີ 2020 ໄລ່ຕາມຈັນທະປະຕິທິນ). ນອກຈາກຄຳອວຍພອນດ້ວຍພາສາ ຝຣັ່ງ ແລ້ວ, ທ່ານປະທານາທິບໍດີ Macron ຍັງຂຽນຄຳອວຍພອນດ້ວຍພາສາ ຫວຽດ, ສ.ເກົາຫຼີ ແລະ ຈີນ ອີກດ້ວຍ.
            ໃນຂະນະນັ້ນ, ຕອນເຊົ້າວັນທີ 13 ກຸມພາ (ກົງກັບວັນທີ 2 ເດືອນ 1 ໄລ່ຕາມຈັນທະປະຕິທິນ), ທ່ານປະທານາທິບໍດີ ອາເມລິກາ Joe Biden ກໍ່ນຳໃຊ້ສື່ສັງຄົມອອນລາຍ Twitter ສ່ວນຕົວເພື່ອສົ່ງຄຳອວຍພອນປີໃໝ່ປີສະຫລຸ.
(ແຫຼ່ງຄັດຈາກ VOV)

ອາເມລິກາ, ເອີລົບ ປຶກສາຫາລືບາດກ້າວຕໍ່ໄປຊຸກຍູ້ວິວັດທະນາການສັນຕິພາບ ຢູແກຼນ

ອາເມລິກາ, ເອີລົບ ປຶກສາຫາລືບາດກ້າວຕໍ່ໄປຊຸກຍູ້ວິວັດທະນາການສັນຕິພາບ ຢູແກຼນ

ການໂອ້ລົມທົນທະນາໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ ອາເມລິກາ, ເລຂາທິການສະພາຄວາມໝັ້ນຄົງ ແລະ ປ້ອງກັນຊາດແຫ່ງຊາດຂອງ ຢູແກຼນ…

Top