ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ສຳເລັດຜົນ, ວັນຊາດທີ 2 ກັນຍາ (02 ກັນຍາ 1945 – 02 ກັນຍາ 2025) ແລະ ວັນມູນເຊື້ອຂະແໜງການທູດ ຫວຽດນາມ (28 ສິງຫາ 1945 – 28 ສິງຫາ 2025), ແຕ່ວັນທີ 19 – 20 ສິງຫາ, ການນຳສູນກາງ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງ ລາວ ໄດ້ໄປອວຍພອນຢູ່ສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ ວຽງຈັນ.
ຕາງໜ້າບັນດາກະຊວງ, ຂະແໜງການຂອງ ລາວ ໄດ້ອວຍພອນບັນດາຜົນງານທີ່ຍິ່ງໃຫຍ່ ແລະ ຮອບດ້ານໃນທຸກຂົງເຂດ ເຊິ່ງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາດໄດ້ໃນຕະຫຼອດໄລຍະ 80 ປີຜ່ານມາ; ພ້ອມກັນນັ້ນ, ກໍ່ສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ປະຊາຊົນ ຫວຽດນາມ ຈະສືບຕໍ່ຍາດໄດ້ບັນດາຜົນງານໃນພາລະກິດແຫ່ງການປ່ຽນແປງໃໝ່, ພັດທະນາປະເທດຊາດຢ່າງໃຫຍ່ຫຼວງກວ່າອີກ.
ການນຳຂັ້ນສູງ ລາວ ກໍ່ສະແດງຄວາມປິຕິຊົມຊື່ນ, ພາກພູມໃຈຕໍ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ທີ່ການນຳ 2 ພັກ, 2 ລັດລຸ້ນຕ່າງໆໄດ້ເພີ່ມພູນຄູນສ້າງ, ພັດທະນາຢ່າງບໍ່ຢຸດຢັ້ງ, ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ.