• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳລັດຖະບານ, ສະພາແຫ່ງຊາດ ຢ້ຽມຢາມ ແລະ ອວຍພອນບຸນເຕັດ ຢູ່ ທ້ອງຖິ່ນຕ່າງໆ

      ຕອນເຊົ້າວັນທີ 22 ມັງກອນ, ຢູ່ແຂວງບິ່ງທ້ວນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນ 550 ພູດ ໃຫ້ຄອບຄົວ ນະໂຍບາຍ, ຄອບຄົວທຸກຍາກ, ກຳມະກອນ, ຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ, ຍ້ອນຜົນສະທ້ອນຂອງພະຍາດໂຄວິດ - 19. 
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ມອບຂອງຂວັນໃຫ້ແກ່ຜູ້ທຸກຍາກ
(ພາບ: TTXVN)
      ທ່ານຮອງນາຍົກລັດຖະມົນຕີ ໄດ້ແບ່ງປັນຄວາມຫຍຸ້ງຍາກລຳບາກຂອງປະຊາຊົນທ້ອງຖິ່ນ ໃນປີ 2021, ພ້ອມທັງສະເໜີໃຫ້ກຳມະບານແຂວງທຸກຂັ້ນສືບຕໍ່ເອົາໃຈໃສ່ເບິ່ງແຍງຊີວິດດ້ານວັດຖຸ ແລະ ຈິດໃຈໃຫ້ຊາວຜູ້ອອກແຮງງານ ໃຫ້ດີກ່ວາອີກ, ພິເສດແມ່ນ ເອົາໃຈໃສ່ຜູ້ທີ່ໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ - 19
      ແລະ ກໍ່ໃນວັນດຽວກັນ, ໂດຍສືບຕໍ່ລາຍການຢ້ຽມຢາມ, ອວຍພອນບຸນເຕັດ ຢູ່ແຂວງ ກອນຕຸມ, ທ່ານ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫ໋າຍ ພ້ອມດ້ວຍຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ ກຳລັງທະຫານປ້ອງກັນຊາຍແດນ, ອຳນາດການປົກຄອງ ແລະ ປະຊາຊົນຢູ່ຕາແສງຊາຍແດນ ເປີອີ, ເມືອງງອກໂຮ່ຍ, ມອບຂອງຂວັນ 470 ພູດໃຫ້ຄອບຄົວທຸກຍາກ, ຄອບຄົວນະໂຍບາຍຢູ່ບໍລິເວນຕາແສງ.
(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top