• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ,ລັດໄປຢ້ຽມຢາມ, ອວຍພອນບຸນເຕັດບັນດາທ້ອງຖິ່ນເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບ ແລະ ປະຊາຊົນທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ເມືອງ ດັກຣົງ, ແຂວງກວາງຈິ້.

(ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ຢູ່ແຂວງກວາງຈິ້)

ຕອນເຊົ້າວັນທີ 12 ມັງກອນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບ ແລະ ປະຊາຊົນທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ເມືອງ ດັກຣົງ, ແຂວງກວາງຈິ້, ເນື່ອງໃນໂອກາດບຸນເຕັດປີຊວດ 2020. ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ມອບຂອງຂວັນບຸນເຕັດໃຫ້ພໍ່ແມ່ປະຊາຊົນຜູ້ທຸກຍາກໃນຈຳນວນ 200 ພູດ, ມອບກອງທຶນສົ່ງເສີມການຮຽນແຂວງກວາງຈິ້ ດ້ວຍມູນຄ່າ 200 ລ້ານດົ່ງ, ກອງທຶນສົ່ງເສີມການຮຽນຂອງ 4 ເມືອງ ດັກຣົງ, ເຮື໊ອງຮ໊ວາ, ຫາຍລັງ, ຈ້ຽວຟອງ, ແຕ່ລະເມືອງແມ່ນ 50 ລ້ານດົ່ງ. ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ, ເນັ້ນໜັກວ່າ.

          “ສຳລັບບັນດາຄອບຄົວທຸກຍາກ, ຄອບຄົວນະໂຍບາຍ, ເຖິງວ່າບັນດາຂອງຂວັນດັ່ງກ່າວແມ່ນບໍ່ຫຼາຍ, ແຕ່ນັ້ນກໍ່ແມ່ນນ້ຳໃຈຂອງປະຊາຄົມທີ່ມີຕໍ່ບັນດາຄອບຄົວ, ພໍ່ແມ່ປະຊາຊົນ ເພື່ອສ້າງຄວາມເບີກບານມ່ວນຊື່ນໃນຊຸມມື້ບຸນເຕັດຂອງຊາດ. ປະກອບສ່ວນລະດົມກຳລັງໃຈພໍ່ແມ່ປະຊາຊົນ, ພະນັກງານ, ນັກຮົບຂອງພວມເຮົາພວມປະຕິບັດໜ້າທີ່ປົກປັກຮັກສາເຂດຊາຍແດນຂອງປະເທດຊາດ.”

        ກ່ອນໜ້ານັ້ນ,  ວັນທີ 11 ມັງກອນ, ຢູ່ນະຄອນໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ໄດ້ມອບຂອງຂວັນບຸນເຕັດໃຫ້ພໍ່ແມ່ປະຊາຊົນຊາວເຜົ່າ ຈຳ ທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນ.

          ແລະກໍ່ໃນວັນທີ 11 ມັງກອນ, ທ່ານ ເຈິ່ນແທັງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ ແລະ ມອບຂອງຂວັນຢູ່ເມືອງ ລ໋າກເຢືອງ ແລະ ສູນອຸປະກະລະສັງຄົມແຂວງເລີມດົ່ງ. ນະທີ່ນີ້, ທ່ານ ເຈິ່ນແທັງເໝີນ ປາດຖະໜາວ່າ, ໃນໄລຍະຈະມາເຖິງ ແຂວງເລີມດົ່ງ ສືບຕໍ່ເອົາໃຈໃສ່ເຖິງວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກກວ່າອີກ, ໜູນຊ່ວຍຄົນທຸກຍາກພັດທະນາການຜະລິດ ກໍຄືເອົາໃຈໃສ່ເຖິງວຽກງານການສຶກສາສອນອາຊີບໃຫ້ຄົນທຸກຍາກ…

          ກ່າວຄຳເຫັນເມື່ອໄປຢ້ຽມຢາມ, ມອບຂອງຂວັນບຸນເຕັດໃຫ້ປະຊາຊົນເມືອງ ນາມຈ່າມີ, ແຂວງກວາງນາມ, ທ່ານ ຟ້າມມິງຈິ໊ງ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ໄດ້ສະເໜີໃຫ້ເມືອງ ນາມຈ່າມີ ຈົ່ງເອົາໃຈໃສ່, ໜູນຊ່ວຍທັງດ້ານຈິດໃຈ, ວັດຖຸໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກໃຫ້ເປັນຢ່າງດີກວ່າອີກ, ໂດຍສະເພາະແມ່ນໃນໂອກາດບຸນເຕັດ 2020.

          ແລະກໍ່ໃນວັນດຽວກັນ, ທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນໂຮ່ຈີມິນ ກໍ່ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາເປົ້າໝາຍນະໂຍບາຍ, ຄົນທຸກຍາກ, ພາລະກອນ, ລັດຖະກອນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງບັ໊ກກ້ານ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko

ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Roman Golovchenko ຈະສ້າງກຳລັງໜູນໃໝ່ເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊືອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

Top