• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳຝ່າຍຄ້ານ ຮຸງກາຣີ ຍາດໄດ້ໄຊຊະນະຢ່າງຂາດຂັ້ນ

ທ່ານ Peter Magyar, ການນຳພັກ Tisza ໄດ້ແຈ້ງໃນສື່ສັງຄົມສ່ວນຕົວຂອງທ່ານນາຍົກລັດຖະມົນຕີ Viktor Orban ວ່າໄດ້ໂທລະສັບອວຍພອນທ່ານກ່ຽວກັບໝາກຜົນດັ່ງກ່າວ.
  ທ່ານ Peter Magyar, ການ​ນຳ​ພັກ Tisza (ພາບ: AP/Denes Erdos)  

ພາຍ​ຫຼັງ​ການ​ນັບ​ບັດ​ໃນ​ເບື້ອງ​ຕົ້ນ, ການ​ນຳ​ຝ່າຍ​ຄ້ານ ຮຸງ​ກາ​ຣີ ທ່ານ Peter Magyar, ຍາດ​ໄດ້​ໄຊ​ຊະ​​ນະຄັ້ງ​ປະ​ຫວັດ​ສາດ​ໃນ​ການ​ເລືອກ​ຕັ້ງສະ​ພາ​ນິ​ຕິ​ບັນ​ຍັດ​ຕໍ່​ພັກ​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Viktor Orban.

ຕາ​ມ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ ຮຸງ​ກາ​ຣີ ແລ້ວ, ດ້ວຍ​ບັດ​ເລືອກ​ຕັ້ງ​ທີ່​ໄດ້​ນັບ​ສ່ວນ​ຫຼາຍນັ້ນ, ພັກ​ຝ່າຍ​ຄ້ານ Tisza ໄດ້​ນຳ​ໜ້າ​ໃນ​ການ​ປ່ອນ​ບັດ ດ້ວຍກວ່າ 53% ຈຳ​ນວນ​ບັດ, ພັກ Fidesz ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Orban ຢືນ​ອັນ​ດັບ​ທີ 2 ດ້ວຍ​ປະ​ມານກວ່າ 38% ບັດ​ເລືອກ​ຕັ້ງ. ໃນ​ຕອນ​ຄ່ຳ​ວັນ​ທີ 12 ເມ​ສາ, ທ່ານ Peter Magyar, ການ​ນຳ​ພັກ Tisza ​ໄດ້ແຈ້ງໃນ​ສື່​ສັງ​ຄົມ​ສ່ວນ​ຕົວ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Viktor Orban ​ວ່າໄດ້​ໂທ​ລະ​ສັບ​ອວຍ​ພອນ​ທ່ານ​ກ່ຽວ​ກັບ​ໝາກ​ຜົນ​ດັ່ງ​ກ່າວ.

ໂດຍ​ແມ່ນ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພາບ ເອີ​ລົບ (ອີ​ຢູ), ເປັນ​ຫຼາຍ​ຄັ້ງ ລັດ​ຖະ​ບານ​ຂອງ​ທ່ານ Viktor Orban ​ໄດ້​ຄັດ​ຄ້ານ​ບັນ​ດາຂໍ້​ຕົກ​ລົງ​ຂອງ​ກຸ່ມ​ກ່ຽວ​ກັບ​ມາດ​ຕະ​ການ​ລົງ​ໂທດຕໍ່ ລັດ​ເຊຍ ແລະ ສະ​ກັດ​ກັ້ນ​ການ​ໜູ​ນ​ຊ່ວຍ​ຂອງ ອີ​ຢູ ຈຳ​ນວນ​ໜຶ່ງ​ທີ​ສະ​ຫງວນ​ໃຫ້​ແກ່ ຢູ​ແກຼນ ນັບ​ແຕ່​ເມື່ອ​ການ​ປະ​ທະ​ກັນ​ລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ ເກີດ​ຂຶ້​ນ.

(ແຫ່ງຄັດຈາກ VOV)

VITM 2026: ເປີດກວ້າງ​ການ​ເຊື່ອມ​ຈອດ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ

VITM 2026: ເປີດກວ້າງ​ການ​ເຊື່ອມ​ຈອດ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ

ງານ​ຕະຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ – VITM 2026 ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 12 ເມ​ສາ, ໂດຍ​ຮັບ​ຮູ້ຫຼາຍ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ, ສືບ​ຕໍ່​ຢັ້ງ​ຢືນ​ຖາ​ນະ​ຕຳ​ແໜ່ງ​ແມ່ນ​ເຫດ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຂອງ ຫວຽດ​ນາມ

Top