• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳບັນດາປະເທດ G7 ຢືນຢັນຄືນໃໝ່ການສະໜັບສະໜູນ ຢແກຼນ - ນາໂຕ ສືບຕໍ່ຢືນຢັນຈະຮັບ ຢູແກຼນ ເປັນສະມາຊິກ

ຜູ້ຕາງໜ້າ ນາໂຕ ຢືນຢັນວ່າ, ຈະສືບຕໍ່ສະໜັບສະໜູນ ກີແອັບ ແລະ ຢ້ຳຄືນບັນດາຄຳໝັ້ນສັນຍາໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ ເຊິ່ງບັນດາປະເທດສະມາຊິກ ນາໂຕ ຍົກອອກມາຫວ່າງມໍ່ໆມານີ້
ນາໂຕ ຈະສືບຕໍ່ສະໜັບສະໜູນ ກີແອັບ (ພາບປະກອບ: AFP/TTXVN)

ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (ນາໂຕ) ຈະຮັບ ຢູແກຼນ ເປັນສະມາຊິກ, ບັນຫາທີ່ຍັງເຫຼືອພຽງແຕ່ແມ່ນຈຸດເວລາທີ່ເໝາະສົມເທົ່ານັ້ນ. ນີ້ແມ່ນຄຳກ່າວປາໄສຂອງທ່ານເລຂາທິການໃຫຍ່ ນາໂຕ Jens Stoltenberg, ທີ່ຍົກອອກມາໃນວັນທີ 24 ກຸມພາ, ຄົບຮອບ 2 ປີເກີດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ຜູ້ຕາງໜ້າ ນາໂຕ ຢືນຢັນວ່າ, ຈະສືບຕໍ່ສະໜັບສະໜູນ ກີແອັບ ແລະ ຢ້ຳຄືນບັນດາຄຳໝັ້ນສັນຍາໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ ເຊິ່ງບັນດາປະເທດສະມາຊິກ ນາໂຕ ຍົກອອກມາຫວ່າງມໍ່ໆມານີ້ ທີ່ມີມູນຄ່າຫຼາຍຕື້ USD; ພ້ອມທັງຢືນຢັນວ່າ, ຈະມີບັນດາຄຳໝັ້ນຍາໜູນຊ່ວຍໃໝ່.

ໃນຂະນະນັ້ນ, ໃນວັນດຽວກັນ, ການນຳບັນດາປະເທດຂຶ້ນກັບກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ໄດ້ຈັດກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ອີຕາລີ Giorgia Meloni, ເພື່ອປຶກສາຫາລືບັນຫາ ຢູແກຼນ. ຖະແຫຼງການຂອງການນຳບັນດາປະເທດ G7 ຢືນຢັນວ່າຈະ ສືບຕໍ່ສະໜັບສະໜູນສິດປ້ອງກັນຕົວຂອງ ຢູແກຼນ, ກໍຄືຄຳໝັ້ນສັນຍາດ້ານຄວາມໝັ້ນຄົງຍາວນານຂອງປະເທດນີ້. ຖະແຫຼງການຂອງການນຳ G7 ກໍ່ຢືນຢັນວິວັດທະນາການພື້ນຖານສັນຕິພາບຢ່າງຮອບດ້ານ, ຍຸຕິທຳ ແລະ ຍາວນານ ສອດຄ່ອງກັບບັນດາຫຼັກການຂອງກົດບັດສະຫະປະຊາຊາດ, ກົດໝາຍສານກົນ ແລະ ເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຢູແກຼນ.

(ແຫຼ່ງຄັດຈາກ VOV)

ຊາວໜຸ່ມ ຫວຽດນາມ - ລາວ, ຂົວເຊື່ອມຕໍ່ຕິດພັນ ແລະ ຮັດແໜ້ນສາຍພົວພັນລະຫວ່າງ 2 ປະເທດ

ຊາວໜຸ່ມ ຫວຽດນາມ - ລາວ, ຂົວເຊື່ອມຕໍ່ຕິດພັນ ແລະ ຮັດແໜ້ນສາຍພົວພັນລະຫວ່າງ 2 ປະເທດ

ຄະນະຊາວໜຸ່ມອາສາສະໝັກໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມ, ໜູນຊ່ວຍປະຊາຄົມ ແລະ ສ້າງກິດຈະກຳຊາວໜຸ່ມ

Top