• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳທ້ອງຖິ່ນຕ່າງໆໄປຢ້ຽມຢາມ, ອວຍພອນພໍ່ແມ່ພີ່ນ້ອງຊາວຄຼິດເນື່ອງໃນໂອກາດວັນບຸນຄຼິດສະມາດ

ການນຳນະຄອນ ຮ່າໂນ້ຍ ໄດ້ຢືນຢັນວ່າ ບັນດາຜົນງານພົ້ນເດັ່ນເຊິ່ງ ຮ່າໂນ້ຍ ບັນລຸໄດ້ໃນໄລຍະຜ່ານມາ ແມ່ນມີການປະກອບສ່ວນຂອງປະຊາຊົນທຸກຊັ້ນວັນນະຂອງນະຄອນຫຼວງ ຮ່າໂນ້ຍ
ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕຽນຢຸງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນຢູ່ ສຳນັກສັງຄະລາດໃຫຍ່ ຮ່າໂນ້ຍ (ພາບ: VGP/GH)

ຕອນເຊົ້າວັນທີ 22 ທັນວາ, ເນື່ອງໃນໂອກາດວັນບຸນຄຼິດສະມາດ 2023, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕຽນຢຸງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນຢູ່ ສຳນັກສັງຄະລາດໃຫຍ່ ຮ່າໂນ້ຍ. ການນຳນະຄອນ ຮ່າໂນ້ຍ ໄດ້ຢືນຢັນວ່າ ບັນດາຜົນງານພົ້ນເດັ່ນເຊິ່ງ ຮ່າໂນ້ຍ ບັນລຸໄດ້ໃນໄລຍະຜ່ານມາ ແມ່ນມີການປະກອບສ່ວນຂອງປະຊາຊົນທຸກຊັ້ນວັນນະຂອງນະຄອນຫຼວງ ຮ່າໂນ້ຍ, ໃນນັ້ນ, ມີບົດບາດຂອງພໍ່ແມ່ພີ່ນ້ອງຊາວຄຼິດ. ທ່ານ ດິງຕຽນຢຸງ ປາດຖະໜາວ່າ, ໃນປີ 2023, ສັງຄະນາຍົກ Giuse ຫວູວັນທຽນ, ພ້ອມກັບຄຸນພໍ່, ນັກບວດ ແລະ ພໍ່ແມ່ພີ່ນ້ອງຊາວຄຼິດ ສືບຕໍ່ຮ່ວມເດີນທາງ, ແບ່ງປັນພ້ອມກັບນະຄອນ, ຕັ້ງໜ້າປະກອບສ່ວນຫຼາຍຢ່າງກວ່າໃຫ້ແກ່ການພັດທະນາລວມຂອງນະຄອນຫຼວງ, ຂອງປະເທດຊາດ.

ແລະກໍ່ໃນວັນດຽວກັນ, ຄະນະປະຕິບັດງານແຂວງ ດັກລັກ ໄດ້ໄປຢ້ຽມຢາມ, ອວຍພອນບັນດາຮາກຖານສາສະໜາໃນບໍລິເວນແຂວງ. ຜູ້ຕາງໜ້າບັນດາຮາກຖານສາສະໜາໄດ້ສົ່ງຄຳຂອບໃຈຕໍ່ການນຳແຂວງ ແລະ ບັນດາຄະນະ, ຂະແໜງການ ທີ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອໃຫ້ພໍ່ແມ່ພີ່ນ້ອງຊາວຄຼິດປະຕິບັດສິດເສລີໃນການເຫຼື້ອມໄສເຊື່ອຖືສາສະໜາ.

ແລະກໍ່ໃນຕອນເຊົ້າວັນທີ 22 ທັນວາ, ຄະນະການນຳແຂວງ ອານຢາງ, ແຂວງ ເຮົ້າຢາງ ກໍ່ໄດ້ໄປຢ້ຽມຢາມ,  ອວຍພອນພໍ່ແມ່ພີ່ນ້ອງຊາວຄຼິດຢູ່ທ້ອງຖິ່ນ ເນື່ອງໃນໂອກາດວັນບຸນຄຼິດສະມາດ 2023 ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ສື່ມວ​ນ​ຊົນ ລາວ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ສື່ມວ​ນ​ຊົນ ລາວ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ບັນດາອົງການສື່ມວນຊົນໃຫຍ່ຂອງລາວ ເຊັ່ນ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ, ສະຖານີໂທລະພາບແຫ່ງຊາດ ລາວ, ໜັງສືພິມປະຊາຊົນ, Vientiane Times, ປະເທດລາວ, ໄດ້ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.

Top