• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການທ່ອງ​ທ່ຽວ​ເຫວ້ ເລີ່ມ​ເຄື່ອນ​ໄຫວຍາມ​ລະ​ດູ​ຮ້ອນ​ດ້ວຍ​ລາຍ​ການ Carnival ແຫ່ງ​ສີ​ສັນ

ຕອນຄ່ຳວັນທີ 26 ມີນາ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ເທື່ອທຽນເຫວ້ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ເຫວ້, ສະມາຄົມການທ່ອງທ່ຽວແຂວງ ເທື່ອທຽນເຫວ້ ຈັດ “ງານບຸນຕ້ອນຮັບລະດູຮ້ອນ ຢູ່ເຫວ້ ປີ 2023” ດ້ວຍລາຍການ Carnival ສີສັນການທ່ອງທ່ຽວຢູ່ນະຄອນ ເຫວ້.
  ບັນຍາກາດຂອງລາຍການ Carnival ຢູ່ຖະໜົນ ຮາຍບ່າຈຶງ (ພາບ: VOV)  

ລາຍການດັ່ງກ່າວໄດ້ເຕົ້າໂຮມຜູ້ແທນເກືອບ 300 ຄົນ ທີ່ມາຈາກວິສາຫະກິດທ່ອງທ່ຽວໃນບໍລິເວນແຂວງ, ນັກສຶກສາຢູ່ມະຫາວິທະຍາໄລແຫ່ງຕ່າງໆ, ນັກສິລະປິນມາສະແດງຊຸດອາພອນທີ່ເປັນເອກະລັກຂອງປະເທດຕ່າງໆ ເຊິ່ງເປັນຕະຫຼາດທ່ອງທ່ຽວຂອງແຂວງ ເທື່ອທຽນເຫວ້, ເປັນຕົ້ນແມ່ນ: ໄທ, ຍີ່ປຸ່ນ, ສ.ເກົາຫຼີ, ຝລັ່ງ, ອັງກິດ… ໄປຄຽງຄູ່ກັນນັ້ນ, ຍັງມີຊຸດອາພອນພື້ນເມືອງອີກດ້ວຍ. ທ່ານ ຫງວຽນວັນຝຸກ, ຫົວໜ້າພະແນກທ່ອງທ່ຽວແຂວງ ເທື່ອທຽນເຫວ້, ໃຫ້ຮູ້ວ່າ:

“Carnival ຕ້ອນຮັບລະດູຮ້ອນການທ່ອງທ່ຽວຢູ່ ເຫວ້, ແນະນຳເຖິງແຂກທ່ອງທ່ຽວ ແລະ ປະຊາຊົນທ້ອງຖິ່ນກ່ຽວກັບການເຄື່ອນໄຫວຕ່າງໆຂອງຂະແໜງທ່ອງທ່ຽວທີ່ຈະຈັດຂຶ້ນໃນປີ ເປັນຕົ້ນແມ່ນ ການແຫ່ຂະບວນຢູ່ຕາມທ້ອງຖະໜົນ, ສົມທົບກັບການເປີດສະຫຼອງຖະໜົນຍ່າງ ເພື່ອຊ່ວຍໃຫ້ນັກທ່ອງທ່ຽວມີພື້ນທີ່ໄດ້ແລກປ່ຽນກັບປະຊາຊົນທ້ອງຖິ່ນ ຫຼືວ່າ ແຂກທ່ອງທ່ຽວອື່ນໆ.”

ນອກຈາກງານບຸນດັ່ງກ່າວແລ້ວ, ຍັງມີຫຼາຍງານບຸນ ແລະ ລາຍການຕ່າງໆ ຈະໄດ້ຈັດຂຶ້ນ. ສິ່ງທີ່ໜ້າສົນໃຈແມ່ນ ງານບຸນບາລູນ “ເຫວ້ - ຄວາມງາມເມືອງຫຼວງເກົ່າແກ່”; ສັບປະດາອາຫານການກິນທ້ອງຖະໜົນ 2023; ເທດສະບານອາຫານການກິນ ແກ່ນດອກບົ່ວ ເຫວ້ ຈະໄດ້ຈັດຂຶ້ນໃນເດືອນເມສາ ແລະ ພຶດສະພາຈະມາເຖິງນີ້.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຈະ​ພ້ອມ​ກັບ ​ລາວ ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ສາຍ​ພົວ​ພັນ​ທີ່​ຍິ່ງ​ໃຫຍ່, ຄວາ​ມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ

ຫວຽດ​ນາມ ຈະ​ພ້ອມ​ກັບ ​ລາວ ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ສາຍ​ພົວ​ພັນ​ທີ່​ຍິ່ງ​ໃຫຍ່, ຄວາ​ມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ

ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ສະເໜີກະຊວງການຕ່າງປະເທດສອງປະເທດສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດກະກຽມໃຫ້ດີທີ່ສຸດບັນດາການເຄື່ອນໄຫວທາງການທູດສຳຄັນໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນໃນປີ 2025, ສອງປະເທດລວ້ນແຕ່ມີບັນດາເຫດການສຳຄັນ.

Top