• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການທ່ອງທ່ຽວເຂດຊຸມຊົນຢູ່ໂຫ້ຍອານດຶງດູດແຂກທ່ອງທ່ຽວ

      ຮູບແບບການທ່ອງທ່ຽວເຂດຊຸມຊົນ- Homestay ຢູ່ນະຄອນໂຫ້ຍອານ, ແຂວງກວາງນາມ ແມ່ນນັບມື້ນັບດຶງດູດທຸກຄົນໆທີ່ມັກຄົ້ນຫາຈຸດວັດທະນະທຳທີ່ເປັນເອກະລັກຂອງດິນແດນແຫ່ງນີ້. ມີແຂກທ່ອງທ່ຽວຫຼາຍຄົນໄດ້ໄປໂຫ້ຍອານເພື່ອຊອກຮູ້ບັນດາຮີດຄອງປະເພນີ, ຊີວິດປະຈຳວັນຂອງປະຊາຊົນຢູ່ແຫ່ງນີ້. 

ແຂກທ່ອງທ່ຽວຕ່າງປະເທດຈະໄດ້ຮ່ວມຊີວິດກັບຊາວທ້ອງຖິ່ນ
      ໂດຍມີຄວາມແຕກຕ່າງກັບແຫ່ງອື່ນໆ, ບັນດາຄອບຄົວເຮັດບໍລິການທ່ອງທ່ຽວ Homestay (ໝາຍເຖິງເຮືອນພັກຊຸມຊົນ) ຢູ່ໂຫ້ຍອານມີພຽງແຕ່ 3 ຫາ 4 ຫ້ອງໃຫ້ແຂກພັກເຊົ່າ. ແຂກທ່ອງທ່ຽວມາພັກຢູ່ທີ່ນີ້, ລ້ວນແຕ່ໄດ້ຮັບຖືຄືຍາດຕິພີນ້ອງໃນຄອບຄົວ. ເຂົາເຈົ້າເຂົ້າຮ່ວມການເຄື່ອນໄຫວທຸກຢ່າງໃນຊີວິດປະຈຳວັນ. ເຂົາເຈົ້າພ້ອມກັບຊາວທ້ອງຖິ່ນໄປຕະຫຼາດ, ລົງນາ, ຕຶກປາ, ເຮັດສວນ, ປຸງແຕ່ງອາຫານ, ຂັບຮ້ອງ….ການເຊື່ອມຕົວເຂົ້າກັບຊີວິດປະຈຳວັນນັ້ນ ໄດ້ຊ່ວຍໃຫ້ແຂກທ່ອງທ່ຽວສາມາດເຂົ້າໃຈກ່ຽວກັບຮີດຄອງປະເພນີ, ວິຖີຊີວິດຂອງຊາວໂຫ້ຍອານ. ພິເສດ, ຮອດຍາມຝົນຕົກ, ນ້ຳຖ້ວມ, ແຂກທ່ອງທ່ຽວພັດມາທ່ອງທ່ຽວຢູ່ ໂຫ້ຍອານຫຼາຍຂຶ້ນ.ໃນນັ້ນຫຼາຍກ່ວາໝູ່ນຍັງຄົງແມ່ນແຂກເອີລົບ. ອ້າຍ ເລຫງອກຖ້ວນ, ໜຶ່ງໃນບັນດາຜູ້ຄົນນຳໜ້າໃນຂະບວນການເຮັດບໍລິການທ່ອງທ່ຽວ Homestay ຢູ່ໝູ່ບ້ານອານບັງໃນໂຫ້ຍອານ ໄດ້ເລົ່າສູ່ຟັງວ່າ : 
    “ ເພື່ອຮັກສາ ແລະ ຂະຫຍາຍການບໍລິການທ່ອງທ່ຽວ Homestay ແມ່ນຈຳເປັນຕ້ອງຮັກສາທາງດ້ານວິນຍານ, ວັດທະນະທຳ, ປະເພນີຢູ່ເຂດຊຸມຊົນ. ເພາະຈຸດວັດທະນະທຳ ແລະ ສະຖາປັດຕະຍະກຳພື້ນຖານທາງດ້ານວັດຖຸຢູ່ພາຍໃນ, ມັນກໍກົມກ່ຽວທາງດ້ານວັດທະນະທຳຂອງໝູ່ບ້ານເຂດບ້ານນາ. ແຂກທ່ອງທ່ຽວຕ່າງປະເທດມານີ້ເພື່ອຊອກຮູ້ທາງດ້ານວັດທະນະທຳ ແລະ ຂ້າພະເຈົ້າເຫັນວ່າ ວັດທະນະທຳຂອງໝູ່ບ້ານແຫ່ງນີ້ແມ່ນເປັນເອກະລັກທີ່ສຸດ. ໃນໂອກາດບຸນປີໃໝ່ສາກົນຫຼືວັນບຸນຄຼິດສະມາດ, ເຮົາຕ້ອງປະດັບປະດາແນວໃດໃຫ້ແທດເໝາະ, ຕັ້ງຕົ້ນແປກ, ຖ້າຫາກບໍ່ມີ, ເຮົາຕັ້ງຕົ້ນແປກແຫ້ງ, ປະດັບປະດາດ້ວຍລະບົບດອກໄຟ ແລະ ໝາກແປກແຫ້ງ ອັນໄດ້ເຮັດໃຫ້ແຂກທ່ອງທ່ຽວທີ່ມາຈາກແດນໄກຍັງຄົງຮູ້ສຶກໄດ້ເຖິງບັນຍາກາດປີໃໝ່ ”
     ຢູ່ຫມູ່ບ້ານ ອານບັງ ແຄມທະເລ, ໃນຕາແສງເຕີນອານ, ນະຄອນໂຫ້ຍອານ, ໃນໂອກາດປີໃໝ່ 2018, ຄອບຄົວໃດກໍຕ້ອນຮັບແຂກທ່ອງທ່ຽວ 2-3 ຄົນມາຢູ່ນຳເພື່ອຮ່ວມມວ່ນຊື່ນ. ຍ້ອນການເຄື່ອນໄຫວທ່ອງທ່ຽວພັດທະນາ, ດັ່ງນັ້ນ ຊີວິດການເປັນຢູ່ຂອງປະຊາຊົນສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ມີຄວາມສົມບູນພຸນສຸກ. ປ້າ ເຈືອງທິເກືອມ ຊາວບ້ານ ອານບັງ ໃຫ້ຮູ້ວ່າ : 
   “ ກ່ອນໜ້ານີ້, ສອງແມ່ລູກໄປເຮັດວຽກຊ່ວຍຊ່າງກໍ່ສ້າງ ກໍລຳບາກຫຼາຍ, ແຕ່ຍ້ອນຄອບຄົວໄດ້ເຮັດບໍລິການທ່ອງທ່ຽວ Homestay ໄດ້ຊ່ວຍໃຫ້ຊີວິດການເປັນຢູ່ດີຂຶ້ນ. ຍາມລະດູໜາວ, ແຂກກໍມາຫຼາຍກ່ວາ, ສາມາດສ້າງລາຍຮັບໄດ້ 20 ລ້ານດົງຕໍ່ປີ. ປະຈຸບັນ, ຢູ່ໝູ່ບ້ານແຫ່ງນີ້, ມີຫຼາຍຄອບຄົວໃນບ້ານເຮັດບໍລິການທ່ອງທ່ຽວ Homestay, ດັ່ງນັ້ນຊີວິດການເປັນຢູ່ກໍໄດ້ຮັບການປົວແປງໃຫ້ດີຂຶ້ນ ”
    ປີ 2010, ຮູບແບບການທ່ອງທ່ຽວເຂດຊຸມຊົນ-Homestay ໄດ້ເລີ່ມປະກົດຕົວຢູ່ນະຄອນໂຫ້ຍອານໃນແຂວງກວາງນາມ. ຈາກສະຖານທີ່ພັກເຊົ່າ 2-3 ແຫ່ງໃນເບື້ອງຕົ້ນເທົ່ານັ້ນ, ມາຮອດປະຈຸບັນ, ນະຄອນນີ້ ໄດ້ມີສະຖານທີ່ພັກເຊົ່າ Homestay 320 ແຫ່ງລວມມີຫ້ອງນອນກວ່າ 1200 ຫ້ອງ. ຮູບແບບ ການທ່ອງທ່ຽວເຂດຊຸມຊົນຢູ່ນະຄອນໂຫ້ຍອານ- Homestay ສາມາດແກ້ໄຂວຽກເຮັດງານທຳເປັນປົກກະຕິໃຫ້ຫຼາຍຄົນ, ທັງປະກອບສ່ວນເຮັດໃຫ້ການບໍລິການພັກເຊົ່າມີຫຼາຍຮູບຫຼາຍແບບ. ທ່ານ ຫງວຽນວັນເຊີນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຫ້ຍອານໃຫ້ຮູ້ວ່າ : 
    “ ຫຼາຍປີທີ່ຜ່ານມາ, ທາງນະຄອນໄດ້ກຳນົດວ່າ ນີ້ແມ່ນຜະລິດຕະພັນການທ່ອງທ່ຽວ, ຫາກບໍ່ແມ່ນການບໍລິການພັກເຊົ່າເທົ່ານັ້ນ. ທາງນະຄອນໄດ້ປະກາດໃຊ້ບາງລະບຽບການໂດຍຈຳເປັນໃນການດຳເນີນທຸລະກິດເຮັດບໍລິການທ່ອງທ່ຽວ Homestay. ຜູ້ຂໍໜັງສືອະນຸຍາດເຮັດບໍລິການທ່ອງທ່ຽວ Homestay ແມ່ນຕ້ອງເຮັດຢູ່ເຮືອນຂອງຕົນເອງຢ່າງເດັດຂາດ. ເມື່ອແຂກທ່ອງທ່ຽວມາພັກເຊົ່າ ຈະມີໂອກາດໄດ້ຮ່ວມຊີວິດກັບຊາວທ້ອງຖິ່ນ, ໄດ້ຮູ້ເຖິງຮີດຄອງປະເພນີ, ການບູຊາ, ເຮັດນາເຮັດສວນຄືແນວໃດ ”
    Homestay ຢູ່ໂຫ້ຍອານແມ່ນຮູບແບບການທ່ອງທ່ຽວເຂດຊຸມຊົນ ດຶງດູດແຂກທ່ອງທ່ຽວຜູ້ມັກຄົ້ນຫາຄວາມງາມທາງດ້ານວັດທະນະທຳຢູ່ດິນແດນແຫ່ງໃໝ່. ນະຄອນໂຫ້ຍອານ ພວມດຳເນີນການກວດກາ ແລະ ວາງແຜນຜັງເຂດເຮືອນພັກເຊົ່າ Homestay ຄືນໃໝ່. ຈຸດໝາຍທີ່ອຳນາດການປົກຄອງ ແລະ ປະຊາຊົນຢູ່ແຫ່ງນີ້ ມຸ່ງໄປເຖິງ ແມ່ນເຮັດແນວໃດເພື່ອໃຫ້ຮູບແບບການທ່ອງທ່ຽວເຂດຊຸມຊົນຢູ່ແຫ່ງນີ້ ນັບມື້ນັບອຸດົມສົມບູນ, ຫຼາຍຮູບຫຼາຍສີ, ມີຄວາມເປັນເອກະລັກສະເພາະ, ດຶງດູດໃຈແຂກທ່ອງທ່ຽວທີ່ມາຈາກສາລະທິດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top