• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການທູດລັດຖະສະພາ ເພື່ອຮັບປະກັນຜົນປະໂຫຍດແຫ່ງຊາດ, ຊົນຊາດ

ທ່ານ ຮອງປະທານສະພາແຫ່ງຊາດ ເຈີນແທງເໝີນ ກ່າວວ່າ ໄລຍະຜ່ານມາ, ສະພາແຫ່ງຊາດ ໄດ້ຫັນບັນດາແຜນນະໂຍບາຍ, ແນວທາງການຕ່າງປະເທດຂອງພັກເປັນລະບອບລະບຽບການ; ຕົກລົງບັນດາບັນຫາສຳຄັນໃນຂົງເຂດການຕ່າງປະເທດ
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ບັນດາຜູ້ແທນເຂົ້າຮ່ວມງານວາງສະແດງພາບຖ່າຍ ກ່ຽວກັບການເຄື່ອນໄຫວພົວພັນຕ່າງປະເທດຂອງສະພາແຫ່ງຊາດ (ພາບ:Báo Nhân dân)  

ຕອນເຊົ້າວັນທີ 27 ກຸມພາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ຈັດກອງປະຊຸມ ຜັນຂະຫຍາຍວຽກງານການຕ່າງປະເທດ ຂອງ ສະພາແຫ່ງຊາດ ຫວຽດນາມ ປີ 2023. ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີ້ງເຫວະ ເຂົ້າຮ່ວມກອງປະຊຸມ.

ກ່າວຄຳເຫັນຢູ່ກອງປະຊຸມ, ທ່ານ ຮອງປະທານສະພາແຫ່ງຊາດ ເຈີນແທງເໝີນ ກ່າວວ່າ ໄລຍະຜ່ານມາ, ສະພາແຫ່ງຊາດ ໄດ້ຫັນບັນດາແຜນນະໂຍບາຍ, ແນວທາງການຕ່າງປະເທດຂອງພັກເປັນລະບອບລະບຽບການ; ຕົກລົງບັນດາບັນຫາສຳຄັນໃນຂົງເຂດການຕ່າງປະເທດ ແລະ ຕິດຕາມວຽກງານປະຕິບັດບັນດານະໂຍບາຍ, ລະບຽບກົດໝາຍກ່ຽວກັບການຕ່າງປະເທດ ແລະ ບັນດາຄຳໝັ້ນສັນຍາສາກົນ ຂອງຫວຽດນາມ; ຕັ້ງໜ້າຜັນຂະຫຍາຍ ບັນດາການເຄື່ອນໄຫວທາງການທູດ ລັດຖະສະພາສອງຝ່າຍ ແລະ ຫຼາຍຝ່າຍ. ໃນໄລຍະທີ່ຈະມາເຖິງ, ທ່ານ ຮອງປະທານ ຜູ້ປະຈຳການ ສະພາແຫ່ງຊາດ ຫວຽດນາມ ເຈິນແທງເໝີນ ໄດ້ສະເໜີ ສືບຕໍ່ເສີມຂະຫຍາຍການທູດລັດຖະສະພາ ເພື່ອຮັບປະກັນຜົນປະໂຫຍດແຫ່ງຊາດ, ຊົນຊາດ. ພິເສດ, ຖືເປັນສຳຄັນ ການທູດເສດຖະກິດ ຮັບໃຊ້ການພັດທະນາ, ຖືເອົາປະຊາຊົນ ແລະ ວິສາຫະກິດເປັນໃຈກາງ; ຟື້ນຟູເສດຖະກິດ - ສັງຄົມ, ປະຕິບັດບັນດາ ເປົ້າໝາຍພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ຢ່າງມີໄຊ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ໃນພາລະກິດແຫ່ງການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນທົ່ວສັງຄົມ, ພະນັກງານ, ນັກຮົບຕຳຫຼວດ ມີຄວາມກ້າຫານຕໍ່ສູ້, ກຽມພ້ອມເສຍສະຫຼະເພື່ອຄວາມສະຫງົບ, ຄວາມຜາສຸກຂອງປະຊາຊົນ.

Top