• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຊັກທຸງເຄົາລົບສົບແຫ່ງຊາດ ສະຫາຍ ຄຳໄຕ ສີພັນດອນ

ລັດຖະບານແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຕັດສິນໃຈຈັດພິທີໄວ້ອາໄລ ສະຫາຍ ຄຳໄຕ ສີພັນດອນ ຕາມພິທີສົບແຫ່ງຊາດ ແຕ່ວັນທີ 4-5 ເມສາ 2025.

ເພື່ອສະແດງຄວາມອາໄລອາວອນຕໍ່ສະຫາຍ ຄຳໄຕ ສີພັນດອນ - ອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ເນື່ອງຈາກສາຍພົວພັນພິເສດ ຫວຽດນາມ - ລາວ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ລັດຖະບານແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຕັດສິນໃຈຈັດພິທີໄວ້ອາໄລ ສະຫາຍ ຄຳໄຕ ສີພັນດອນ ຕາມພິທີສົບແຫ່ງຊາດ ແຕ່ວັນທີ 4-5 ເມສາ 2025.  

ໃນໄລຍະນີ້, ອົງການ, ສຳນັກງານທົ່ວປະເທດ ແລະ ອົງການຕາງໜ້າຂອງ ຫວຽດນາມ ຢູ່ຕ່າງປະເທດ ຊັກທຸງເຄົາລົບສົບ, ມີແຖບໄວ້ອາໄລຕາມລະບຽບ; ບໍ່ຈັດກິດຈະກຳມ່ວນຊື່ນ, ບັນເທີງສາທາລະນະ.

ຊັກທຸງເຄົາລົບສົບທີ່ສວນສາທາລະນະ ບາດິ່ງ. ພາບ: ມິງດຶກ/VNA

ຊັກທຸງເຄົາລົບສົບທີ່ສະພາແຫ່ງຊາດ. ພາບ: ມິງດຶກ/VNA

ຊັກທຸງເຄົາລົບສົບທີ່ກະຊວງການຕ່າງປະເທດ. ພາບ: ມິງດຶກ/VNA

ຊັກທຸງເຄົາລົບສົບທີ່ເສົາທຸງ ຮ່າໂນ້ຍ. ພາບ: ມິງດຶກ/VNA

ຊັກທຸງເຄົາລົບສົບທີ່ສຳນັກງານສຳນັກຂ່າວສານ ຫວຽດນາມ, ເລກທີ 5 ຖະໜົນ ຫຼີເທື່ອງກຽດ, ຮ່າໂນ້ຍ. ພາບ: ຫ່ວາງຮ້ຽວ/VNA

ຊັກທຸງເຄົາລົບສົບທີ່ສຳນັກງານ ຄະນະກຳມະການ ປະຊາຊົນ ນະຄອນ ຮ່າໂນ້ຍ. ພາບ: ອານດັງ/VNA

ປະຕິບັດ: VNA/VNP

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ​ຕ້ອງ​ຖື​ຢູ່​ລ​ະ​ດັບ​ຍຸ​ດ​ທະ​ສາດ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ 100 ລ້ານ​ຄົນ

ເພື່ອຫັນເປົ້າໝາຍການເຕີບໂຕບັນລຸລະດັບ 10%ໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ຖືວ່າ ບໍ່ພຽງແຕ່ອີງຕາມບັນດາກຳລັງໜູນເຕີບໂຕແບບເກົ່າທີ່ພວມຄ່ອຍໆຮອດລະດັບກຳນົດເທົ່ານັ້ນ ຫາກຍັງຕ້ອງ ຂຸດຄົ້ນປະສິດທິຜົນຂອງບັນດາກຳລັງໜູນເຕີບໂຕໃຫຍ່ຢ່າງສຸດຂີດອີກດ້ວຍ

Top