• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຄ້າ 2 ຝ່າຍ ຫວຽດນາມ - ລາວ ບັນລຸກ່ວາ 1 ຕື້ USD ໃນປີ 2018

      ວັນທີ 20 ກຸມພາ, ໜັງສືພິມລາວພັດທະນາ ຂອງສະມາຄົມນັກຂ່າວລາວ ໃຫ້ຮູ້ວ່າ: ວົງເງິນການຄ້າ ລາວ - ຫວຽດນາມ ໃນປີ 2018 ບັນລຸກ່ວາ 1 ຕື້ USD, ເພີ່ມຂຶ້ນ 13% ເມື່ອທຽບໃສ່ປີ 2017, ລື່ນກາຍຄາດໝາຍ ເຊິ່ງລັດຖະບານ 2 ປະເທດວາງອອກ.
            ປີ 2019, ລັດຖະບານ 2 ປະເທດໄດ້ວາງອອກຄາດໝາຍສູ້ຊົນນຳວົງເງິນການຄ້າ 2 ຝ່າຍເພິ່ມຂຶ້ນແຕ່ 10% ຂຶ້ນໄປ. ປັດຈຸບັນ, ການລົງທຶນຂອງບັນດາວິສາຫະກິດ ຫວຽດນາມ ຢູ່ ລາວ ຢືນອັນດັບທີ 3 ໃນຈຳນວນບັນດາປະເທດມີໂຄງການລົງທຶນຢູ່ ລາວ.
        ໄປຄຽງຄູ່ກັນນັ້ນ, ເລື່ອງຜັນຂະຫຍາຍບັນດາໂຄງການທີ່ນຳໃຊ້ທຶນອຸປະຖຳກໍ່ບັນລຸໄດ້ໝາກຜົນດີ ໂດຍລະອຽດແມ່ນໃນປີ 2018 ໄດ້ສ້າງສຳເລັດ, ມອບຮັບ ແລະ ນຳເຂົ້າເຄື່ອນໄຫວ 12 ໂຄງການ. ພ້ອມນັ້ນ, ບັນດາຂະແໜງການ ແລະ ທ້ອງຖິ່ນຂອງ 2 ປະເທດ ກໍ່ເພີ່ມທະວີການພົບປະ, ແລກປ່ຽນບົດຮຽນ ແລະ ເປີດກ້ວາງການຮ່ວມມືຢ່າງແທດຈິງ ແລະ ມີປະສິດທິຜົນ. ບັນດາກົນໄກ, ນະໂຍບາຍຮ່ວມມືລະຫວ່າງ 2 ປະເທດກໍ່ໄດ້ຮັບການປຶກສາຫາລື, ປັບປຸງຢ່າງທັນການ ແລະ ເໝາະສົມກັບສະພາບຕົວຈິງຂອງແຕ່ລະປະເທດກໍ່ຄືກົດໝາຍສາກົນ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top