• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຄັດ​ເລືອກ​ເນື້ອ​ໃນ​ຊັກ​ຖາມ​ແມ່ນ​ຖືກ​ຕ້ອງ ແລະ ເໝາະ​ສົມກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ພຶດ​ຕິ​ກຳ​​ຕົວ​ຈິງ

ຕອນບ່າຍວັນທີ 09 ມິຖຸນາ, ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ສິ້ນສຸດວາລະຊັກຖາມສະມາຊິກລັດຖະບານ. ກ່ອນທີ່ສິ້ນສຸດວາລະຊັກຖາມ, ຕາງໜ້າໃຫ້ລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ໄດ້ຕອບບາງຄຳຖາມ ເຊິ່ງສະມາຊິກສະພາແຫ່ງຊາດ ມີຄວາມສົນໃຈ.
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ວາລະຊັກຖາມ (ພາບ: quochoi.vn)  

ໃນບົດລາຍງານຕໍ່ສະພາແຫ່ງຊາດ ກ່ຽວກັບການປະຕິບັດໂຄງການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ໃຫ້ຮູ້ວ່າ ລັດຖະບານ ໄດ້ປະກາດໃຊ້ດຳລັດ 6 ສະບັບ ເພື່ອປະຕິບັດນະໂຍບາຍຍົກເວັ້ນ, ຫຼຸດ, ຕໍ່ກຳນົດເວລາເສຍພາສີອາກອນ, ຄ່າເຊົ່າທີ່ດິນ, ນະໂຍບາຍກູ້ຢືມ ແລະ ຫຼຸດດອກເບ້ຍລົງ. ທ່ານນາຍົກລັດຖະມົນຕີ ໄດ້ປະກາດໃຊ້ຂໍ້ຕົກລົງ 3 ສະບັບກ່ຽວກັບການໜູນຊ່ວຍຄ່າເຊົ່າເຮືອນສຳລັບຜູ້ອອກແຮງງານ, ບ້ວງເງິນກູ້ຢືມສຳລັບນັກຮຽນ, ນັກສຶກສາ ແລະ ໂຮງຮຽນອະນຸບານ, ປະຖົມທີ່ບໍ່ແມ່ນຂອງລັດ …. ໄລ່ຮອດເດືອນພຶດສະພາ 2022, ປະຕິບັດໄດ້ປະມານ 33,5 ພັນຕື້ດົ່ງ, ໃນນັ້ນມີການຍົກເວັ້ນ, ຫຼຸດຄ່າພາສີອາກອນ, ທຳນຽມ 22,6 ພັນຕື້ດົ່ງ, ບັນລຸປະມານ 35% ແຜນການທີ່ວາງອອກ.

ກ່າວຄຳເຫັນສິ້ນສຸດວາລະຊັກຖາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ໃຫ້ຮູ້ວ່າ:

“ບັນດາສະມາຊິກສະພາແຫ່ງຊາດໄດ້ຖາມ, ໂຕ້ວາທີຮັບປະກັນຖືກຕາມເວລາທີ່ໄດ້ກຳນົດ, ສະແດງໃຫ້ເຫັນຄວາມຮັບຜິດຊອບສູງ, ຕັ້ງຄຳຖາມຕິດແທດກັບສະພາບການຜັນແປໃນການດຳລົງຊີວິດຕົວຈິງ, ສົນທະນາຢ່າງກົງໄປກົງມາ, ມີລັກສະນະສ້າງສັນ. ບັນດາລັດຖະມົນຕີລ້ວນແຕ່ສະແດງໃຫ້ເຫັນຄຸນນະທາດ, ກຳແໜ້ນສະພາບການໃນຂົງເຂດທີ່ຕົນຮັບຜິດຊອບ.  ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ, ບັນດາຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ, ຫົວໜ້າກະຊວງ, ຂະແໜງການບາງທ່ານໄດ້ເຂົ້າຮ່ວມການອະພິປາຍຢ່າງຈິງຈັງ, ເຮັດແຈ້ງຫຼາຍບັນຫາ ເຊິ່ງສະມາຊິກມີຄວາມສົນໃຈ. ຜົນຂອງວາລະຊັກຖາມໄດ້ຊີ້ໃຫ້ເຫັນການຢາກເອົາຄຳຄິດເຫັນປະກອບ, ຄວາມສ້າງສັນ, ເຂັ້ມງວດຂອງລັດຖະບານ, ບັນດາສະມາຊິກລັດຖະບານໃນການຕອບຄຳຊັກຖາມ.”

ທ່ານປະທານສະພາແຫ່ງຊາດກໍສະເໜີວ່າ ພາຍຫຼັງກອງປະຊຸມຄັ້ງນີ້, ລັດຖະບານຕ້ອງຜັນຂະຫຍາຍມາດຕະການຕ່າງໆໃຫ້ຄົບຊຸດ ເພື່ອແນໃສ່ສ້າງການຜັນແປຢ່າງຕັ້ງໜ້າຕໍ່ບັນຫາເສດຖະກິດ, ສັງຄົມ ທີ່ໄດ້ຊັກຖາມ ເພື່ອຕອບສະໜອງຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກ

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍູ້ແຮງການເຊື່ອມຕໍ່ເສດຖະກິດ

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍູ້ແຮງການເຊື່ອມຕໍ່ເສດຖະກິດ

ຕອນເຊົ້າວັນທີ 21 ມີນາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ Prak Sokhonn ເປັນປະທານຮ່ວມກອງປະຊຸມຄັ້ງທີ 20 ຂອງຄະນະກຳມະການປະສົມ ຫວຽດນາມ - ກຳປູເຈຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ...

Top