ຂ່າວສານ

ການຄັດ​ເລືອກ​ເນື້ອ​ໃນ​ຊັກ​ຖາມ​ແມ່ນ​ຖືກ​ຕ້ອງ ແລະ ເໝາະ​ສົມກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ພຶດ​ຕິ​ກຳ​​ຕົວ​ຈິງ

ຕອນບ່າຍວັນທີ 09 ມິຖຸນາ, ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ສິ້ນສຸດວາລະຊັກຖາມສະມາຊິກລັດຖະບານ. ກ່ອນທີ່ສິ້ນສຸດວາລະຊັກຖາມ, ຕາງໜ້າໃຫ້ລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ໄດ້ຕອບບາງຄຳຖາມ ເຊິ່ງສະມາຊິກສະພາແຫ່ງຊາດ ມີຄວາມສົນໃຈ.
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ວາລະຊັກຖາມ (ພາບ: quochoi.vn)  

ໃນບົດລາຍງານຕໍ່ສະພາແຫ່ງຊາດ ກ່ຽວກັບການປະຕິບັດໂຄງການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ໃຫ້ຮູ້ວ່າ ລັດຖະບານ ໄດ້ປະກາດໃຊ້ດຳລັດ 6 ສະບັບ ເພື່ອປະຕິບັດນະໂຍບາຍຍົກເວັ້ນ, ຫຼຸດ, ຕໍ່ກຳນົດເວລາເສຍພາສີອາກອນ, ຄ່າເຊົ່າທີ່ດິນ, ນະໂຍບາຍກູ້ຢືມ ແລະ ຫຼຸດດອກເບ້ຍລົງ. ທ່ານນາຍົກລັດຖະມົນຕີ ໄດ້ປະກາດໃຊ້ຂໍ້ຕົກລົງ 3 ສະບັບກ່ຽວກັບການໜູນຊ່ວຍຄ່າເຊົ່າເຮືອນສຳລັບຜູ້ອອກແຮງງານ, ບ້ວງເງິນກູ້ຢືມສຳລັບນັກຮຽນ, ນັກສຶກສາ ແລະ ໂຮງຮຽນອະນຸບານ, ປະຖົມທີ່ບໍ່ແມ່ນຂອງລັດ …. ໄລ່ຮອດເດືອນພຶດສະພາ 2022, ປະຕິບັດໄດ້ປະມານ 33,5 ພັນຕື້ດົ່ງ, ໃນນັ້ນມີການຍົກເວັ້ນ, ຫຼຸດຄ່າພາສີອາກອນ, ທຳນຽມ 22,6 ພັນຕື້ດົ່ງ, ບັນລຸປະມານ 35% ແຜນການທີ່ວາງອອກ.

ກ່າວຄຳເຫັນສິ້ນສຸດວາລະຊັກຖາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ໃຫ້ຮູ້ວ່າ:

“ບັນດາສະມາຊິກສະພາແຫ່ງຊາດໄດ້ຖາມ, ໂຕ້ວາທີຮັບປະກັນຖືກຕາມເວລາທີ່ໄດ້ກຳນົດ, ສະແດງໃຫ້ເຫັນຄວາມຮັບຜິດຊອບສູງ, ຕັ້ງຄຳຖາມຕິດແທດກັບສະພາບການຜັນແປໃນການດຳລົງຊີວິດຕົວຈິງ, ສົນທະນາຢ່າງກົງໄປກົງມາ, ມີລັກສະນະສ້າງສັນ. ບັນດາລັດຖະມົນຕີລ້ວນແຕ່ສະແດງໃຫ້ເຫັນຄຸນນະທາດ, ກຳແໜ້ນສະພາບການໃນຂົງເຂດທີ່ຕົນຮັບຜິດຊອບ.  ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ, ບັນດາຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ, ຫົວໜ້າກະຊວງ, ຂະແໜງການບາງທ່ານໄດ້ເຂົ້າຮ່ວມການອະພິປາຍຢ່າງຈິງຈັງ, ເຮັດແຈ້ງຫຼາຍບັນຫາ ເຊິ່ງສະມາຊິກມີຄວາມສົນໃຈ. ຜົນຂອງວາລະຊັກຖາມໄດ້ຊີ້ໃຫ້ເຫັນການຢາກເອົາຄຳຄິດເຫັນປະກອບ, ຄວາມສ້າງສັນ, ເຂັ້ມງວດຂອງລັດຖະບານ, ບັນດາສະມາຊິກລັດຖະບານໃນການຕອບຄຳຊັກຖາມ.”

ທ່ານປະທານສະພາແຫ່ງຊາດກໍສະເໜີວ່າ ພາຍຫຼັງກອງປະຊຸມຄັ້ງນີ້, ລັດຖະບານຕ້ອງຜັນຂະຫຍາຍມາດຕະການຕ່າງໆໃຫ້ຄົບຊຸດ ເພື່ອແນໃສ່ສ້າງການຜັນແປຢ່າງຕັ້ງໜ້າຕໍ່ບັນຫາເສດຖະກິດ, ສັງຄົມ ທີ່ໄດ້ຊັກຖາມ ເພື່ອຕອບສະໜອງຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກ


top