• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຈັດ​ຕັ້ງ​ 5 ຄະ​ນະ​ປະ​ຕິ​ບັດ​ງານ​ລົງ​ໄປ​ກວດ​ກາ​ຕີ​ລາ​ຄາ​ຄຸ​ນ​ນະ​ພາບ ແລະ ຄວາມ​ປອດ​ໄພ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ໂຮງ​ໝໍ

ໃນປີ 2021, ກະຊວງສາທາລະນະສຸກ ຫວຽດນາມ ຈັດຕັ້ງ 5 ຄະນະປະຕິບັດງານລົງໄປກວດກາ, ຕີລາຄາກ່ຽວກັບ 83 ມາດຖານທາງດ້ານຄຸນນະພາບຂອງໂຮງໝໍ ແລະ 37 ມາດຖານໂຮງໝໍປອດໄພໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ບັນດາພະຍາດອັກເສບປອດ.
ຊຸດຝຶກອົບຮົມຂອງຄະນະກວດກາ, ຕີລາຄາຄຸນນະພາບຂອງໂຮງໝໍ ແລະ ສຳຫຼວດລະດັບຄວາມເພິ່ງພໍໃຈຂອງຄົນເຈັບ, ພະນັກງານການແພດ ປີ 2020 – 2021 (ພາບ: ກະຊວງສາທາລະນະສຸກ)

ວັນທີ 12 ມີນາ, ໃນຊຸດຝຶກອົບຮົມຂອງຄະນະກວດກາ, ຕີລາຄາຄຸນນະພາບຂອງໂຮງໝໍ ແລະ ສຳຫຼວດລະດັບຄວາມເພິ່ງພໍໃຈຂອງຄົນເຈັບ, ພະນັກງານການແພດ ປີ 2020 – 2021 ທີ່ຖືກດໍາເນີນຢູ່ ຮ່າໂນ້ຍ, ທ່ານ ເລືອງງອກເຄວ, ຮອງສາດສະດາຈານ, ປະລິນຍາເອກ, ຮອງປະທານສະພາ ແພດສາດແຫ່ງຊາດ, ຫົວໜ້າກົມຄຸ້ມຄອງການກວດ, ປິ່ນປົວພະຍາດ (ກະຊວງສາທາລະນະສຸກ) ໃຫ້ຮູ້ວ່າ, ໃນປີ 2021, ກະຊວງສາທາລະນະສຸກ ຫວຽດນາມ ຈັດຕັ້ງ 5 ຄະນະປະຕິບັດງານລົງໄປກວດກາ, ຕີລາຄາກ່ຽວກັບ 83 ມາດຖານທາງດ້ານຄຸນນະພາບຂອງໂຮງໝໍ ແລະ 37 ມາດຖານໂຮງໝໍປອດໄພໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ບັນດາພະຍາດອັກເສບປອດ.

        ປັດຈຸບັນ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ປະກາດໃຊ້ຈົດໝາຍທາງການ ກຳນົດກ່ຽວກັບການພິຈາລະນາໃຫ້ລາງວັນລະດັບຊາດ ກ່ຽວກັບຄຸນນະພາບຂອງໂຮງໝໍ ເພື່ອສົ່ງເສີມໂຮງໝໍແຫ່ງຕ່າງໆຕີລາຄາຄຸນນະພາບຢ່າງແທດຈິງ ແລະ ເຂົ້າຮ່ວມການແຂ່ງຂັນໂຮງໝໍມີຄຸນນະພາບ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ສະ​ໜອງ​ເຊື້ອ​ເພີ່ງ​ຢູ່​ພາຍ​ໃນ​ປະ​ເທດ​ເປັນ​ປົກ​ກະ​ຕິ

ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ສະ​ໜອງ​ເຊື້ອ​ເພີ່ງ​ຢູ່​ພາຍ​ໃນ​ປະ​ເທດ​ເປັນ​ປົກ​ກະ​ຕິ

ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ​ເພື່ອ​ຮັບ​ປະ​ກ​ັນ​ແຫຼ່ງ​ສະ​ໜອງ​ເຊື້ອ​ເພີງ​ເປັນ​ປົກ​ກະ​ຕິ, ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ໃນ​ທຸກ​ກໍ​ລະ​ນີ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

Top