• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ ຫວຽດ​ນາມ ຮັບ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຈຳ​ນວນ 100.000 ໂດສ ໂດຍ ຮຸງ​ກາ​ຣີ ອຸ​ປະ​ຖຳ

ຕອນບ່າຍວັນທີ 19 ຕຸລາ, ຢູ່ກະຊວງສາທາລະນະສຸກ ຫວຽດນາມ ໄດ້ດຳເນີນພິທີມອບ-ຮັບວັກຊິນກັນພະຍາດໂຄວິດ - 19 AstraZeneca ແລະ ຊຸດ Kit  ກວດຫາເຊື້ອໄວຣັດໄວ ຈາກລັດຖະບານ ຮຸງກາຣີ ມອບໃຫ້ກະຊວງສາທາລະນະສຸກ.
ພິທີມອບ-ຮັບວັກຊິນກັນພະຍາດໂຄວິດ - 19 AstraZeneca ແລະ ຊຸດ Kit  ກວດຫາເຊື້ອໄວຣັດໄວ ຈາກລັດຖະບານ ຮຸງກາຣີ ມອບໃຫ້ກະຊວງສາທາລະນະສຸກ (ພາບ: hanoimoi.com.vn)

ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈືອງກວັກເກື່ອງ ໄດ້ກ່າວຄຳຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງລັດຖະບານ, ອົງການຈັດຕັ້ງ, ວິສາຫະກິດ ຮຸງກາຣີ ທີ່ໄດ້ສະໜອງຢຸກຢາ, ອຸປະກອນການແພດ ແນໃສ່ປະກອບສ່ວນປັບປຸງຄຸນນະພາບການສະໜອງການບໍລິການສາທາລະນະສຸກຂອງ ຫວຽດນາມ. ກະຊວງສາທາລະນະສຸກ ຈະສົມທົບກັບອົງການທີ່ກ່ຽວຂ້ອງຈັດແບ່ງຈຳນວນວັກຊິນ ແລະ ຊຸດ Kit ກວດຫາເຊື້ອໄວຣັດໄວດັ່ງກ່າວ ໃຫ້ແກ່ກົມກອງ ແລະ ທ້ອງຖິ່ນຕ່າງໆ.

        ເນື່ອງໃນໂອກາດນີ້, ທ່ານ Ory Csaba, ເອກອັກຄະລັດຖະທູດ ຮຸງກາຣີ ປະຈຳ ຫວຽດນາມ ກໍໄດ້ແລກປ່ຽນກັບການນຳກະຊວງສາທາລະນະສຸກກ່ຽວກັບການຮ່ວມມືໃນຂົງເຂດຄົ້ນຄວ້າ, ພັດທະນາວັກຊິນ ແລະ ຊຸດກວດຫາເຊື້ອໄວຣັດ ກໍ່ຄືການທົດລອງວັກຊິນ NanoCovax ໄລຍະທີ 3 ໂດຍ ບໍລິສັດ Nanogen ຄົ້ນຄວ້າ ແລະ ພັດທະນາ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນດາບົດລາຍງານສາກົນທີ່ໄດ້ປະກາດໃນຫວ່າງມໍ່ໆມານີ້ ລ້ວນແຕ່ຮັບຮູ້ລະດັບຄວາມເຊື່ອໝັ້ນທີ່ນັບມື້ນັບເພີ່ມຂຶ້ນສຳລັບແງ່ຫວັງເສດຖະກິດ ຫວຽດນາມ ໃນປີ 2025, ເມື່ອບັນດາເສົາຄ້ຳການເຕີບໂຕຕົ້ນຕໍສືບຕໍ່ສະແດງໃຫ້ເຫັນຄວາມອາດສາມາດຟື້ນຟູຢ່າງແຮງ ແລະ ຍືນຍົງ.

Top