• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໜູ​ນຊ່ວຍ​ປຸກ​ສ້າງ​ເຮືອນຢູ່​ອາ​ໄສ 1.200 ຫຼັງ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຢູ່ ຊ​ອັກ​ຈັງ

ບັນດານັກອຸປະຖຳໄດ້ມອບເງິນຊ່ວຍເຫຼືອປຸກສ້າງເຮືອນຢູ່ອາໄສ 1.200 ຫຼັງໃຫ້ແກ່ຄອບຄົວທຸກຍາກ, ປະສົບກັບຄວາມຫຍຸ້ງຍາກກ່ຽວກັບເຮືອນຢູ່ໃນບໍລິເວນແຂວງ ຊອັກຈັງ, ເຮືອນແຕ່ລະຫຼັງ ຈະໄດ້ຮັບເງິນຊ່ວຍເຫຼືອ 50 ລ້ານດົ່ງ (ກວ່າ 2100 USD).
ພິທີມອບ-ຮັບເຮືອນ ແລະ ເງິນຊ່ວຍເຫຼືອໃນການປຸກສ້າງເຮືອນຢູ່ໃຫ້ແກ່ຄອບຄົວທຸກຍາກຢູ່ແຂວງ ຊອັກຈັງ (ພາບ: VOV)

ວັນທີ 18 ມິຖຸນາ, ຢູ່ຕາແສງ ດ້າຍເຕິມ, ເມືອງ ໝີຊວຽນ, ແຂວງ ຊອັກຈັງ, ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງ, ຄະນະກຳມະກຳປະຊາຊົນແຂວງ ແລະ ຕຳຫຼວດ ແຂວງ ຊອັກຈັງ ຈັດພິທີມອບ-ຮັບເຮືອນ ແລະ ເງິນຊ່ວຍເຫຼືອໃນການປຸກສ້າງເຮືອນຢູ່ໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວຊາວເຜົ່າຂະແມ ທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ ຊອັກຈັງ.

ຢູ່ພິທີ, ບັນດານັກອຸປະຖຳໄດ້ມອບເງິນຊ່ວຍເຫຼືອປຸກສ້າງເຮືອນຢູ່ອາໄສ 1.200 ຫຼັງໃຫ້ແກ່ຄອບຄົວທຸກຍາກ, ປະສົບກັບຄວາມຫຍຸ້ງຍາກກ່ຽວກັບເຮືອນຢູ່ໃນບໍລິເວນແຂວງ ຊອັກຈັງ, ເຮືອນແຕ່ລະຫຼັງ ຈະໄດ້ຮັບເງິນຊ່ວຍເຫຼືອ 50 ລ້ານດົ່ງ (ກວ່າ 2100 USD). ທ່ານພົນໂທ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ເນັ້ນໜັກວ່າ ພັກ, ລັດ ຍາມໃດກໍມີຄວາມເອົາໃຈໃສ່ເປັນພິເສດ ແລະ ປະຕິບັດຕາມທັດສະນະ “ພັດທະນາເສດຖະກິດຕິດພັນກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ຮັບປະກັນການຊ່ວຍເຫຼືອສັງຄົມ” ຢ່າງສະເໝີຕົ້ນສະເໜີປາຍ. ດ້ວຍມູນເຊື້ອ, ຫຼັກສິນທຳ “ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ”, ໃນປີຜ່ານມາ, ກະຊວງຕຳຫຼວດ ຫວຽດນາມ ຍາມໃດກໍເອົາໃຈໃສ່, ເບິ່ງແຍງດູແລ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນທີ່ຍັງປະສົບກັບຄວາມຫຍຸ້ງຍາກ.

ກ່ອນໜ້ານັ້ນ, ໄລຍະ 2019 – 2022, ແຂວງ ຊອັກຈັງ ໄດ້ຂົນຂວາຍປຸກລະດົມ ແລະ ປຸກສ້າງເຮືອນຢູ່ໃຫ້ແກ່ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ ທີ່ມີຄວາມຕ້ອງການດ້ານເຮືອນຢູ່ ໄດ້ 5.200 ຫຼັງ.

(ແຫຼ່ງຄັດຈາກ VOV)

ທ່ານ Sandag Byambatsogt ປະ​ທານ ​ສະ​ພາ​ແຫ່ງ​ຊາດ ມົງ​ໂກ​ນ ແລະ ພັນ​ລະ​ຍາ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາງ​ຢ່າງ​ສົມ​ກຽດ

ທ່ານ Sandag Byambatsogt ປະ​ທານ ​ສະ​ພາ​ແຫ່ງ​ຊາດ ມົງ​ໂກ​ນ ແລະ ພັນ​ລະ​ຍາ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາງ​ຢ່າງ​ສົມ​ກຽດ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ພ້ອມ​ແລ້ວ​ທີ່​ຈະພ້ອມ​ກັບ ມົງ​ໂກນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ຮ່ວມ​ມື​ກັນ​ລະ​ຫວ່າງ​ບັນ​ດາ​ກຳ​ມາ​ທິ​ການ​ວິ​ຊາສະ​ເພາະ, ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາມິດ​ຕະ​ພາບ, ສະ​ມາ​ຊິກ​ລັດ​ຖະ​ສະ​ພາໜຸ່ມ

Top