• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຕຸ້ນການທ່ອງທ່ຽວ ພາຍໃນ ປະເທດ “ການທ່ອງທ່ຽວຫວຽດນາມມີຄວາມປອດໄພ ແລະ ດູດດືມ”

      ພາຍຫຼັງ ຜັນຂະຫຍາຍໂຄງການກະຕຸ້ນການທ່ອງທ່ຽວພາຍໃນປະເທດໃນຊຸມເດືອນທ້າຍປີ ດ້ວຍຫົວຂໍ້ວ່າ “ການທ່ອງທ່ຽວຫວຽດນາມ ມີຄວາມປອດໄພ ແລະ ດູດດືມ” ມາເປັນ 3 ອາທິດ, ບັນດາທ້ອງຖິ່ນ, ວິສາຫະກິດສືບຕໍ່ຮ່ວມມືສ້າງສາຍສຳພັນ ກະຕຸ້ນຢ່າງມີປະສິດທິຜົນ

ແຂກທ່ອງທ່ຽວມາຢ້ຽມຊົມ ແລະ ພາວະນາຂໍຄວາມຢ່ເຢັນເປັນສຸກ ຢູ່ວັດລິງອຶງ (ພາບ: TTXVN)
              ໃນການຖະແຫຼງຂ່າວນັດສາມັນ ໄຕມາດ 3 ປີ 2020, ຕອນບ່າຍວັນທີ 14 ຕຸລາຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: ພາຍຫຼັງ ຜັນຂະຫຍາຍໂຄງການກະຕຸ້ນການທ່ອງທ່ຽວພາຍໃນປະເທດໃນຊຸມເດືອນທ້າຍປີ ດ້ວຍຫົວຂໍ້ວ່າ “ການທ່ອງທ່ຽວຫວຽດນາມ ມີຄວາມປອດໄພ ແລະ ດູດດືມ” ມາເປັນ 3 ອາທິດ, ບັນດາທ້ອງຖິ່ນ, ວິສາຫະກິດສືບຕໍ່ຮ່ວມມືສ້າງສາຍສຳພັນ ກະຕຸ້ນຢ່າງມີປະສິດທິຜົນ ຄື: ສາຍສຳພັນ ກະຕຸ້ນະລະຫວ່າງ ພະແນກການທ່ອງທ່ຽວ ແລະ ພະແນກ ວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ຢູ່ 7 ແຂວງ ແລະ ນະຄອນ, ຂໍ້ຕົກລົງການຮ່ວມມືເຊື່ອມຕໍ່ພັດທະນາລະຫວ່າງ 3 ແຂວງ ເງະອານ - ຫ໋າຍຟ່ອງ - ບິ່ງດິ້ງ.
        ບັນດາວິສາຫະກິດທ່ອງທ່ຽວໄດ້ກັບຄືນສູ່ການເຄື່ອນໄຫວເປັນປົກກະຕິ, ສ້າງຜະລິດຕະພັນທີ່ມີຄວາມດູດດຶ່ມຄື ໃຫ້ບຸລະມະສິດ, ຫຼຸດລາຄາເຊົ່າຫ້ອງ, ຮ່ວມມືກັບບັນດາບໍລິສັດການບິນ, ຂະແໜງການບິນ, ເສັ້ນທາງລົດໄຟພວມມີທ່າຟື້ນຟູຄືນ, ເຊິ່ງເພີ່ມຂຶ້ນ 12%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.
(ແຫຼ່ງຄັດຈາກ VOV)

ຮ່າ​ໂນ້ຍ ຜັນ​ຂະ​ຫຍາຍ​ການກວດ​ສຸ​ຂະ​ພາບ​ໂດຍ​ບໍ່​ເກັບ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ

ຮ່າ​ໂນ້ຍ ຜັນ​ຂະ​ຫຍາຍ​ການກວດ​ສຸ​ຂະ​ພາບ​ໂດຍ​ບໍ່​ເກັບ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ

ໃນ​ລະ​ຫວ່າງວັນ​ທີ 1 – 2 ກໍ​ລະ​ກົດ, ໂຄງ​ການກວດ​ສຸ​ຂະ​ພາບ​ປະ​ຈຳ​ໄລ​ຍະ​ ແລະ ກັ່ນ​ຕອງ​ພະ​ຍາດ​ໂດຍ​ບໍ່​ເກັບ​ຄ່າ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢູ່ 49 ຕາ​ແສງ​ທຳ​ອິດ​ຂອງງ​ຮ່າ​ໂນ້ຍ, ຫຼັງ​ຈາກ​ນັ້ນ ຈະ​ໄດ້​ຜັນ​ຂະ​ຫຍາຍ​ໃນ​ທົ່ວ​ນະ​ຄອນ.

Top